ສ້າງກອງທັບໝັ້ນຄົງເຂັ້ມແຂງດ້ານການເມືອງ,ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ

(VOVWORLD) -  ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ ສະເໜີວ່າ: ປີ 2018 ແມ່ນປີມີຄວາມໝາຍສຳຄັນພິເສດ - ປີບານພັບສືບຕໍ່ຜັນຂະຫຍາຍ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ
ສ້າງກອງທັບໝັ້ນຄົງເຂັ້ມແຂງດ້ານການເມືອງ,ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມກອງປະຊຸມ

ວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມການເມືອງການທະຫານທົ່ວກອງທັບ, ຕີລາຄາໝາກຜົນການຊີ້ນຳ, ນຳພາປະຕິບັດໜ້າທີ່ການທະຫານ, ປ້ອງກັນປະເທດປີ 2017 ແລະ ຜັນຂະຫຍາຍໜ້າທີ່ການທະຫານ, ປ້ອງກັນປະເທດປີ 2018. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ ສະເໜີວ່າ: ປີ 2018 ແມ່ນປີມີຄວາມໝາຍສຳຄັນພິເສດ - ປີບານພັບສືບຕໍ່ຜັນຂະຫຍາຍ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄະນະພັກການທະຫານຄັ້ງທີ 10. ດັ່ງນັ້ນ, ທົ່ວກອງທັບຕ້ອງມານະພະຍາຍາມກ່ວາອີກ, ສືບຕໍ່ສູ້ຊົນເພື່ອປະຕິບັດບັນດາໜ້າທີ່, ຄາດໝາຍໄດ້ວາງອອກ; ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ເປັນຢ່າງດີ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ກອງທັບຕ້ອງສືບຕໍ່ຮັກສາບົດບາດແກ່ນສານໃນການສ້າງພື້ນຖານປ້ອງກັນປະເທດທົ່ວປວງຊົນ, ທ່າຮົບປ້ອງກັນປະເທດທົ່ວປວງຊົນ ຕິດພັນກັບທ່າຮົບຄວາມໝັ້ນຄົງປະຊາຊົນໜັກແໜ້ນ; ເພີ່ມທະວີກຳລັງຄວາມສາມາດປ້ອງກັນປະເທດຂອງປະເທດຊາດ; ຮັບປະກັນຢ່າງໜັກແໜ້ນຕາມທິດ: ໝັ້ນຄົງດ້ານການເມືອງ, ຮັ່ງມີດ້ານເສດຖະກິດ, ເຂັ້ມແຂງດ້ານປ້ອງກັນປະເທດ, ຄວາມໝັ້ນຄົງ. ທ່ານເລຂາທິການໃຫຍ່ ຕັກເຕືອນວ່າ ຕ້ອງສຸມໃສ່ກໍ່ສ້າງກອງທັບໝັ້ນຄົງເຂັ້ມແຂງກ່ຽວກັບການເມືອງ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ