ສ້າງກອບກົດໝາຍໃນການຕໍ່ສູ້, ແກ້ໄຂຕໍ່ການກະທຳໂຄສະນາຜິດຄວາມຈິງໃນອິນເຕີແນັດໃຫ້ສົມບູນແບບ

(VOVWORLD) - ກະຊວງຕຳຫລວດຈະສືບຕໍ່ສ້າງກອບກົດໝາຍໃນການຕໍ່ສູ້ແກ້ໄຂຕໍ່, ບັນດາການກະທຳລະເມີດກົດໝາຍທາງອິນເຕີແນັດໃຫ້ສົມບູນແບບ
ສ້າງກອບກົດໝາຍໃນການຕໍ່ສູ້, ແກ້ໄຂຕໍ່ການກະທຳໂຄສະນາຜິດຄວາມຈິງໃນອິນເຕີແນັດໃຫ້ສົມບູນແບບ - ảnh 1  ສະພາແຫ່ງຊາດ

ວັນທີ 01 ພະຈິກ, ສະພາແຫ່ງຊາດສືບຕໍ່ຊັກຖາມບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ການຊັກຖາມແຕ່ຕົ້ນອາຍຸການຈົດເຖິງທ້າຍກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14.

        ເມືີ່ອຕອບຄຳຖາມຂອງທ່ານ ຫງວຽນສີເກືອງ ສະມາຊິກສະພາແຫ່ງຊາດແຂວງ ນິງທ້ວນ ກ່ຽວກັບມາດຕະການແກ້ໄຂ, ສະກັດກັ້ນຂ່າວເສກສັນປັ້ນແຕ່ງ, ໃສ່ຮ້າຍປ້າຍສີໃນອິນເຕີແນັດຢູ່ ຫວຽດນາມ ປັດຈຸບັນ, ທ່ານພົນໂທ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ໃຫ້ຮູ້ວ່າ: ປັດຈຸບັນ ກົດໝາຍວ່າດ້ວຍຄວາມໝັ້ນຄົງໃນການເຄືອຂ່າຍອິນເຕີແນັດ ໄດ້ຮັບຮອງເອົາຈາກສະພາແຫ່ງຊາດ, ກະຊວງຕຳຫລວດຈະສືບຕໍ່ສ້າງກອບກົດໝາຍໃນການຕໍ່ສູ້ແກ້ໄຂຕໍ່, ບັນດາການກະທຳລະເມີດກົດໝາຍທາງອິນເຕີແນັດໃຫ້ສົມບູນແບບ.

        ກະຊວງຕຳຫລວດສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການໃນການຜັນຂະຫຍາຍການໂຄສະນາ, ປະຕິເສດບັນດາການເຄື່ອນໄຫວມ້າງທຳລາຍ, ໃສ່ຮ້າຍປ້າຍສີ, ເສກສັນປັັ້ນແຕ່ງຈາກບັນດາເປົ້າໝາຍໃນຂອບເຂດອິນເຕີແນັດ. ສືບຕໍ່ເກັບກຳ, ປັບປຸງເອກະສານພະຍານຫຼັກຖານກ່ຽວກັບບັນດາເປົ້າໝາຍທີ່ມີການເຄື່ອນໄຫວໂຄສະນາ, ມ້າງເພທຳລາຍປະເທດ, ໃສ່ຮ້າຍປ້າຍສີ, ເສກສັນປັ້ນແຕ່ງ, ຕູ່ຫາ, ໝິ່ນປະໝາດກຽດສັກສີໃນຂອບເຂດອິນເຕີແນັດ ເພືື່ອໃຫ້ມີບັນດາຮູບການຕໍ່ສູ້ແກ້ໄຂທັນການ.

        ເມື່ອຕອບຄຳຖາມຂອງທ່ານ ຟ້າມດີ່ງກຸກ ສະມາຊິກສະພາແຫ່ງຊາດແຂວງ ບ່າເຣຍ - ຫວູງເຕົາ ກ່ຽວກັບການປະຕິບັດແຜນຮ່າງພັດທະນາການຊຳລະເງິນດ້ວຍການບໍ່ໃຊ້ເງິນສົດໄລຍະ 2016 – 2020, ຜູ້ວ່າການທະນາຄານແຫ່ງລັດ ເລມິງຮຶງ ໃຫ້ຮູ້ວ່າ: ເພື່ອສົ່ງເສີມການບໍ່ນຳໃຊ້ເງິນສົດ, ທະນາຄານແຫ່ງລັດ ຫາກໍ່ປະກາດໃຊ້ຄຳສັ່ງແນະນຳ 10 ສະບັບ ເພື່ອຊີ້ນຳ ເພີ່ມທະວີການຊຳລະບໍ່ດ້ວຍການນຳໃຊ້ເງິນສົດ ກໍ່ຄືຮັບປະກັນຄວາມປອດໄພໃນການເຄື່ອນໄຫວຊຳລະເງິນແບບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ