ສ້າງການລະໂອກາດພັດທະນາຄວາມສະເໝີພາບໃຫ້ແກ້ເດັກທຸກຍາກ ແລະ ເດັກນ້ອຍຊາວເຜົ່າສ່ວນໜ້ອຍ

ສ້າງການລະໂອກາດພັດທະນາຄວາມສະເໝີພາບໃຫ້ແກ້ເດັກທຸກຍາກ ແລະ ເດັກນ້ອຍຊາວເຜົ່າສ່ວນໜ້ອຍ - ảnh 1
(ພາບປະກອບ)
(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຜັນ​ຂະຫຍາຍ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ​ປີ 2013 ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/05, ຢູ່​ຮ່າ​ໂນ​ຍ, ທ່ານ​ຫງວຽນ​ຫາຍ​ຫິ້ວ, ຫົວ​ໜ້າ​ກົມ​ປົກ​ປ້ອງ​ເບິ່ງ​ແຍງ​ເດັກ​, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ: ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ກາລະ​ໂອກາດ​ພັດທະນາ​ຄວາມ​ສະ​ເໝີ​ພາບ​​ໃຫ້​ແກ່​ເດັກທຸກ​ຍາກ ​ແລະ ເດັກນ້ອຍຊາວ​ເຜົ່າ​ສ່ວນ​ໜ້ອຍ”, ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ​ປີ 2013 ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທົ່ວ​ສັງຄົມ ​ເພື່ອ​ວຽກ​ງານ​ເບິ່ງ​ແຍງ, ປົກ​ປ້ອງ​ ​ແລະ ສຶກສາ​ເດັ​ກ​ເວົ້າ​ລວມ, ພິ​ເສດ​ແມ່ນ​ເດັກ​ທຸກຍາກ, ​ເດັກ​ຢູ່ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃຫ້​ນັບ​ມື້​ນັບ​ບັນລຸ​ປະສິດ​ມິ​ຜົນ​ສູງ. ທ່ານ ​ຫງວຽນ​ຫາຍ​ຫິ້ວ ​ໃຫ້​ຮູ້​ວ່າ.

        “​ເດັກນ້ອຍ​ທຸກ​ຍາກ​ປະຈຸ​ບັນ ຖ້າ​ຫາກ​ໄລ່​ຕາມມາດຖານ​ຄວາມທຸກຍາກຂອງ​ຫວຽດນາມ ແມ່ນ​ມີ​ເດັກນ້ອຍ 3 ລ້ານ​ຄົນ ​ແລະ ໜຶ່ງ​​ໃນ​ບັນດາ​ຂໍ້ຈຳກັດ​ຂອງ​ພວກ​ເຮົາ​ແມ່ນ ​ໃນ​ໄລຍະ​ຜ່ານ​ມາ​ວຽກ​ງານ​ດັ່ງກ່າວ​ແມ່ນ​ບໍ່​ມີ​ຄວາມ​ສະ​ເໝີ​ພາບ​ກ່ຽວ​ກັບ​ບັນຫາ​ສຳ​ຜັດ​ກັບການ​ຮັບປະກັນ​ຊີວິດ​ສັງຄົມ, ສະຫວັດດີ​ການ​ສັງຄົມ. ສະ​ນັ້ນ, ປີ 2013 ​ໄດ້​ເລືອກ​ຫົວ​ຂໍ້​ດັ່ງ​ກ່າວ ​ເພື່ອ​ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ອົງຄະນະຍາດສັງຄົມ​ສະ​ໜັບສະ​ໜູນ​ແຫຼ່ງກຳລັງ​ໃຫ້​ເດັກ​ນ້ອຍ​ທຸກ​ຍາກ, ​ເດັກນ້ອຍ​ຊົນ​ເຜົ່າ​ຫຼາຍກວ່າ​ອີກ”.

ຂ່າວ/ບົດ​ອື່ນ