(VOVWORLD) - ຕອນເຊົ້າວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານກອງປະຊຸມພົບປະສ້າງສັນກັບຜູ້ແທນທີ່ເປັນປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີແມວ 2023.
ການພົບປະສ້າງສັນ |
ພາຍຫຼັງຮັບຟັງບັນດາຜູ້ແທນແລກປ່ຽນ, ແບ່ງປັນຢ່າງເປີດອົກເປີດໃຈກ່ຽວກັບບົດຮຽນ, ປະສົບການ ແລະ ໝາກຜົນທີ່ພົ້ນເດັ່ນ ກໍຄືຄວາມຕັດສິນໃຈຢາກອຸທິດສ່ວນ, ຄວາມຄາດຫວັງຂອງຕົນ, ຂອງຂະແໜງການ, ຂອງວົງການ.ທ່ານ ຫວໍວັນເຖືອງ ຕີລາຄາສູງ ແລະ ຮັບຮູ້ຂໍ້ສະເໜີຂອງບັນດາຜູ້ແທນ ແລະ ເນັ້ນໜັກວ່າ ຖັນແຖວນັກວິທະຍາສາດ, ປັນຍາຊົນ, ນັກສິລະປິນ ແມ່ນກົກເຄົ້າກຳລັງແຮງຂອງປະເທດຊາດ, ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ທ່ານສະເໜີໃຫ້ສຸມໃສ່ສ້າງລະບົບລະບອບລະບຽບການຕາມທິດສ້າງກຳລັງໜູນໃຫ້ສົມບູນແບບ ເພື່ອໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ພັດທະນາກຳລັງຄວາມສາມາດ, ຮັບໃຊ້ປະເທດຊາດ; ສ້າງກົນໄກນະໂຍບາຍດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ເກື້ອກູນຢ່າງເໝາະສົມສຳລັບຜູ້ມີຄວາມເກັ່ງກ້າສາມາດຢູ່ພາຍໃນ ແລະ ຕ່າງປະເທດ.
ປັດຈຸບັນ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ມີປັນຍາຊົນ, ນັກວິທະຍາສາດ ລວມທັງໝົດປະມານ 2,2 ລ້ານຄົນ. ນອກຈາກນັ້ນ ຍັງມີປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ຫຼາຍຄົນພວມດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ.