(vovworld)- ວັນທີ 21/8, ຢູ່ນະຄອນ ກອນຕູມ, ຄະນະຊີ້ນຳເຂດໄຕງວຽນ ແລະ ກະຊວງຕຳຫລວດ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດກ່ຽວກັບວຽກງານສຳລັບສາສະຫນາ“ຮ່າມ່ອນ”ໂດຍກຸ່ມຄົນຫນຶ່ງສ້າງເອງ. ດ້ວຍບົດປະກອບຄຳເຫັນກວ່າ 60 ບົດທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຊີ້ແຈງ: ສາສະຫນາ“ຮ່າມ່ອນ”ໂດຍກຸ່ມຄົນຫນຶ່ງສ້າງເອງ ແມ່ນໄປຝືນກັບການເຊື່ອຖືສາສະຫນາທົ່ວໄປ, ໄດ້ມີການລະເມີດກົດໝາຍ ແລະ ຖືກບັນດາອິດທິກຳລັງທີ່ເປັນປໍລະປັກພາຍນອກສວຍໃຊ້ເພື່ອຈຸດປະສົງດ້ານການເມືອງ, ແບ່ງແຍກຄວາມສາມັກຄີໃນວົງຄະນາຍາດຊົນເຜົ່າ, ລະຫວ່າງປະຊາຊົນກັບອຳນາດການປົກຄອງທ້ອງຖິ່ນໃນບໍລິເວນ ໄຕງວຽນ. ທ່ານ ຫງວຽນວັນຮຸ່ງ, ປະທານຄະນະກຳມະການປະຊາຊົນແຂວງ ກອນຕູມ ຖືວ່າ: ເພື່ອຕໍ່ສູ້ລົບລ້າງສາສະຫນາຮ່າມ່ອນໂດຍກຸ່ມຄົນຫນຶ່ງສ້າງເອງ ພ້ອມກັບການຕໍ່ສູ້, ປັບໄຫມລົງໂທດຕາມການກຳນົດຂອງກົດໝາຍແລ້ວ, ຄວນຂົນຂວາຍ, ສຶກສາ, ໄກ່ເກ່ຍ, ອົບຮົບໃຫ້ເຂົາເຈົ້າປ່ຽນແນວຄວາມຄິດແມ່ນວຽກງານຕົ້ນຕໍ. ທ່ານ ຫງວຽນວັນຮຸ່ງໃຫ້ຮູ້ວ່າ:
“ແຂວງ ກອນຕູມ ໄດ້ສ້າງບັນດາແຜນການລະອຽດ ໃນການຊີ້ນຳໃຫ້ທຸກຂັ້ນ, ຂະແຫນງການ ແລະ ຂົນຂວາຍໝູ່ມະຫາຊົນເພື່ອລົບລ້າງສາສະຫນາຮ່າມ່ອນໂດຍກຸ່ມຄົນຫນຶ່ງສ້າງເອງໃນບໍລິເວນແຂວງຢ່າງເດັດຂາດ. ພວກຂ້າພະເຈົ້າຂົນຂວາຍປະຊາຊົນບໍ່ຄວນເຊື່ອຖືສາສະຫນາ ແລະສົມທົບກັບສາສະຫນາອື່ນເພື່ອຊ່ວຍປະຊາຊົນກັບຄືນສູ່ດຳເນີນຊີວິດ ເປັນປົກກະຕິໃນວົງຄະນາຍາດ.”
ການພິພາກສາບັນດາຜູ້ເຜີຍແຜ່ສາສະຫນາ“ຮ່າມ່ອນ”
ໂດຍກຸ່ມຄົນຫນຶ່ງສ້າງເອງທີ່ຜິດກົດໝາຍ
|
ກ່າວຄຳເຫັນສະຫລຸບກອງປະຊຸມສຳມະນາ, ພົນເອກ ເຈີນດ້າຍກວາງ, ລັດຖະມົນຕີກະຊວງຕຳຫລວດ, ຫົວຫນ້າຄະນະຊີ້ນຳເຂດໄຕງວຽນ ຢືນຢັນວ່າ: ວຽກງານຕໍ່ສູ້ລົບລ້າງສາສະຫນາຮ່າມ່ອນໂດຍກຸ່ມຄົນຫນຶ່ງສ້າງເອງໃນບໍລິເວນເຂດໄຕງວຽນ ພຽງແຕ່ສຳເລັດຜົນເມື່ອເສີມຂະຫຍາຍໄດ້ກຳລັງແຮງສັງລວມຂອງທັງລະບົບການເມືອງ, ສ້າງຄວາມເຫັນດີເຫັນພ້ອມຂອງໝູ່ປະຊາຊົນໃນການຕໍ່ສູ້ລົບລ້າງສາສະຫນາດັ່ງກ່າວ.