(vovworld) - ຕອນເຊົ້າວັນທີ 29/05, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານໄດ້ຈັດຕັ້ງກອງປະຊຸມສຳມະນາ “ກໍ່ສ້າງຍຸດທະສາດພັດທະນາຂະແໜງກວດກາຮອດປີ 2025, ວິໄສທັດຮອດປີ 2035”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຫົວໜ້າອົງການກວດກາລັດຖະບານ ຮີງຟອງແຈງ ຖືວ່າ, ແຜນຮ່າງ “ສ້າງຍຸດທະສາດພັດທະນາຂະແໜງກວດກາຮອດປີ 2025, ວິໄສທັດຮອດປີ 2035” ໄດ້ຮັບການສ້າງຕັ້ງດ້ວຍທິດທາງລະອຽດ, ແຕ່ລະບາດກ້າວຢ່າງໝັ້ນຄົງ, ແທດເໝາະກັບວິວັດທະນາການປ່ຽນໃໝ່ລະບົບການເມືອງ, ການປະຕິຮູບບໍລິຫານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຍົກສູງກຳລັງ, ປະສິດທິຜົນຂອງກົງຈັກລັດ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ເຊື່ອມໂຍງເຂົ້າກັບສາກົນ.
“ບົນພື້ນຖານບັນດາຄຳເຫັນປະກອບ, ອົງການກວດກາລັດຖະບານ ສ້າງແຜນຮ່າງດ້ວຍ 4 ຂໍ້, ເຊິ່ງຕາມນັ້ນແລ້ວ, ທັດສະນະສ້າງຍຸດທະສາດໄດ້ຊາບຊຶມຖືກຕາມແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ ເພື່ອແນໃສ່ສ້າງອົງການກວດກາຕາມຂັ້ນບໍລິຫານ ຫັນປ່ຽນເປັນການຕໍ່ສູ້, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ… ໃນກົງຈັກຂອງລັດ.”