ສ້າງຕັ້ງຄະນະຊີ້ນຳ “ກອງທຶນເພື່ອເຈື່ອງຊາ ທີ່ຮັກແພງ"

ທ່ານ​ນາຍົກລັດຖະມົນຕີ​ໄດ​້ຕົກລົງ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ“ກອງ​ທຶນ​ເພື່ອ​ເຈື່ອງ​ຊາທີ່​ຮັ​ກ​ແພງ“, ຫົວຫນ້າ​ຄະນະ​ຊີ້​ນຳ​ແມ່ນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ ຮັບຜິດຊອບ​ກ່ຽວກັບ​ທະ​ເລ ​ແລະ ໝູ່​ເກາະ. ກອງ​ທຶນ​ດັ່ງກ່າວ​ເພື່ອນຳ​ໃຊ້​ຫນູນ​ຊ່ວຍ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ​ເຈື່ອງ​ຊາ, ​ເຮືອນຮ້ານ DKI. ນັບ​ແຕ່​ເມື່ອ​ມີ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ກອງ​ທຶນ​ມາ​ຮອດ​ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ, ອົງການ​ຈັດ​ຕັ້ງ, ໝູ່​ມະຫາຊົນ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ບໍລິຈາກ​ຈຳນວນ​ເງິນ​ຂຶ້ນ​ເຖິງ​ຕື້ໆ​ດົງ.

ຕອບກັບ

ຂ່າວ/ບົດ​ອື່ນ