ພາບປະກອບ:internet
|
(vovworld) - ກອງປະຊຸມສຳມະນາຄັ້ງທີ 1 ໃນຂອບເຂດໂຄງການ“ຍົກສູງກຳລັງແກ້ງແຍ້ງ
ເພື່ອສ້າງຕັ້ງລະບົບຕີລາຄາ ແລະ ອອກໃບຢັ້ງຢືນຄວາມຊຳນານງານແຫ່ງຊາດ ຢູ່ ຫວຽດນາມ” ດຳເນີນໄປໃນວັນທີ 24/4 ຢູ່ ຮ່າໂນ້ຍ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາສະແດງໃຫ້ເຫັນວ່າ: ຢູ່ ຫວຽດນາມ ບັນດາຄວາມຊຳນານງານຜ່ານການບຳລຸງສ້າງແມ່ນໄດ້ຮັບຮູ້ຢ່າງເປັນທາງການຜ່ານໃບຢັ້ງຢືນ ໂດຍຮາກຖານບຳລຸງສ້າງຕີລາຄາ, ຢັ້ງຢືນ. ທ່ານ Mac Van Tien ຫົວຫນ້າສະຖາບັນຄົ້ນຄ້ວາວິທະຍາສາດສອນວິຊາຊີບເນັ້ນຫນັກວ່າ: ເລື່ອງສ້າງລະບົບມາດຕະຖານຄວາມຊຳນານງານແຫ່ງຊາດມຸ່ງໄປເຖິງມາດຕະຖານ ອາຊຽນ ແມ່ນວຽກງານທີ່ຈຳເປັນໃນປະຈຸບັນ. ທ່ານກ່າວວ່າ
“ຕາມບັນດາການນຳ ອາຊຽນ ຮອດປີ 2015, ມຸ່ງໄປເຖິງປະຊາຄົມອາຊຽນ, ໄລຍະນັ້ນພວກເຮົາກ້າວໄປເຖິງການຮັບຮູ້ຄວາມຊຳນານງານລະຫວ່າງຄົນງານຂອງບັນດາປະເທດ ອາຊຽນ. ໝາຍຄວາມວ່າ ຄົນງານ ຫວຽດນາມ ໄປເຮັດວຽກຢູ່ ອິນໂດເນເຊຍ ຫລື ມາເລເຊຍ ກໍລ້ວນແຕ່ໄດ້ຮັບຮູ້ຄືກັນ ແລະ ມີສິດໄດ້ຮັບເງິນເດືອນເທົ່າກັນ. ເພາະສະນັ້ນ ພວກເຮົາຕ້ອງສ້າງລະບົບມາດຕະຖານຄວາມຊຳນານງານຄືແນວໃດ ເພື່ອໃຫ້ເຂົາເຈົ້າຮັບຮູ້ພວກເຮົາ ແລະ ພວກເຮົາຮັບຮູ້ເຂົາເຈົ້າ.”
ຜ່ານອົງການຮ່ວມມືສາກົນ ສເກົາຫລີ, ລັດຖະບານ ສເກົາຫລີ ຈະຫນູນຊ່ວຍຫວຽດນາມ ຜັນຂະຫຍາຍໂຄງການ“ຍົກສູງກຳລັງແກ້ງແຍ້ງເພື່ອສ້າງຕັ້ງລະບົບຕີລາຄາ ແລະ ອອກໃບຢັ້ງຢືນຄວາມຊຳນານງານລະດັບຊາດ ຢູ່ ຫວຽດນາມ, ດ້ວຍເງິນຈຳນວນ 1.800.000 USD ຕາມຮູບການທຶນ ODA ຊ່ວຍເຫລືອລ້າ.