(vovworld) - ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມນັກຮົບກຳແພງເກົ່າ ກວາງຈີ້ ປີ 1972 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20/7, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນກ່ວາ 400 ຄົນເຊິ່ງແມ່ນນັກຮົບກຳແພງເກົ່າ ກວາງຈີ້ ໃນເມື່ອກ່ອນ. ປີ 1972, ຕໍ່ໜ້າການບຸກໂຈມຕີຂອງກອງທັບ ອາເມລິກາ, ບັນດາກຳລັງປົກປ້ອງກຳແພງເກົ່າ ກວາງຈີ້ ໄດ້ຕໍ່ສູ້ຢ່າງສຸດຈິດສຸດໃຈ, ຕັດສິນໃຈຮັກສາກຳແພງເກົ່າ ກວາງຈີ້, ຍາດເອົາໄຊຊະນະດ້ານການທະຫານໃນສະໜາມຮົບເພື່ອສ້າງທ່າແຮງໃຫ້ແກ່ ຫວຽດນາມ ໃນການເຈລະຈາຢູ່ກອງປະຊຸມ ປາຣີ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ຊີ້ແຈ້ງວ່າ:
“ນີ້ແມ່ນວຽກງານມີຄວາມໝາຍແທດຈິງຂອງບັນດານັກຮົບກຳແພງເກົ່າ ກວາງຈີ້ ເພື່ອແນໃສ່ເຕົ້າໂຮມ, ລະດົມກຳລັງໃຈ, ຊ່ວຍເຫຼືອກັນໃນຊີວິດການເປັນຢູ່, ເຂົ້າຮ່ວມບັນດາການເຄື່ອນໄຫວຕອບບຸນແທນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ... ຈາກນັ້ນ, ປຸກລຸກມູນເຊື້ອປະຕິວັດ, ສຶກສາຄວາມຮັກຕໍ່ປະເທດຊາດ, ເປັນແບບຢ່າງເຂົ້າຮ່ວມການປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ປະຊາຊົນ.”
ກອງປະຊຸມໃຫຍ່ໄດ້ເລືອກເຟັ້ນທ່ານ ເລຊວນແຕ໋ງ (ແຂວງ ກວາງຈີ້) ເປັນປະທານສະມາຄົມ.