ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຟີລິບປີນ

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຟີລິບປີນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳຟີ​ລິບ​ປີນ ​ເຈືອງ​ຈ່ຽວ​ເຢືອງ
(ພາບ: dantri.com.vn)


(vovworld) –  ສະມາຄົມ​ມິດຕະພາບ​ຫວຽດນາມ - ຟີ​ລິບ​ປີນ ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ໃນ​ວັນ​ທີ 29/07, ຢູ່​ນະຄອນ​ຫຼວງ ມານີລາ, ປະ​ເທດ​ຟີ​ລິບ​ປີ​ນ ຢ່າງ​ເປັນ​ທາງ​ການ. ຄະນະ​ບໍລິຫານ​ງານສະມາຄົມ​ມິດຕະພາບ​ຫວຽດນາມ - ຟີ​ລິບ​ປີນ ​​ແມ່ນ​ເປັນ​ບັນດາ​ນັກ​ການ​ເມືອງ, ຜູ້ທີ່​ມີ​ຊື່​ສຽງ​ໃນ​ບັນດາ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ, ການ​ສຶກສາ, ການ​ເງິນ ​ແລະ ກະສິກຳ. ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຟີ​ລິບ​ປີນ Eddie U.Ilarde ​ໄດ້​ຕີ​ລາຄາ​ສູງ​ການ​ສ້າງ​ຕັ້ງສະມາຄົມ​ວ່າ ນີ້​ແມ່ນ​ບາດກ້າວ​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ຂອງ​ຟີ​ລິບ​ປີນ ​ໃນ​ການ​ພັດທະນາ​ກາ​ນພົວພັນ​ກັບ​ຫວຽດນາມ ​ແລະ ຢືນຢັນ​ວ່າ ສະມາຄົມ​ຈະ​ສຸມ​ໃສ່​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງປະຊາຊົນ 2 ປະ​ເທດກວ່າ​ອີກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສ້າງ​ຕັ້ງ​ສະມາຄົມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳຟີ​ລິບ​ປີນ ​ເຈືອງ​ຈ່ຽວ​ເຢືອງ ຖື​ວ່າ ການ​ສ້າງ​ຕັ້ງສະມາຄົມ​ມິດຕະພາບ​ຫວຽດນາມ - ຟີ​ລິບ​ປີນ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຈຳ​ເປັນ, ທັນ​ການ ​ແລະ ມີ​ຄວາມ​ໝາຍ, ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ​ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ ​ກັນລະຫວ່າງ​ປະຊາຊົນ 2 ປະ​ເທດ, ​ເປີດ​ກາ​ລະ​ໂອກາດ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການທ່ອງທ່ຽວ, ການ​ຄ້າ, ການ​ລົງທຶນ ​ແລະ ວັດທະນະທຳ ການ​ສຶກສາ.

ຂ່າວ/ບົດ​ອື່ນ