ສ້າງບ່ອນລະຫຼິ້ນທີ່ມີປະໂຫຍດ,ປຸກລຸກນ້ຳໃຈເອກອ້າງທະນົງໃຈຕໍ່ປະເທດຊາດໃຫ້ເດັກນ້ອຍ

ສ້າງບ່ອນລະຫຼິ້ນທີ່ມີປະໂຫຍດ,ປຸກລຸກນ້ຳໃຈເອກອ້າງທະນົງໃຈຕໍ່ປະເທດຊາດໃຫ້ເດັກນ້ອຍ - ảnh 1
ຜູ້ໄດ້ຮັບລາງວັນພິເສດໃນການເສັງ

(vovworld) – ຕອນ​ບ່າຍ​ວັນ​ທີ 20/7, ຢູ່​ຮ່າ​ໂນ້ຍ, ບໍລິສັດ​ໃຫຍ່​ໄປສະນີ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະຫລຸບ ​ແລະ ມອບ​ລາງວັນ​ໃຫ້ການ​ສອບ​ເສັງ​ຊອກ​ຮູ້ “60 ປີ​ແຫ່ງ​ວັນ​ໄຊຊະນະ​ປະຫວັດສາ​ດ ດ້ຽນບຽນ​ຝູ ຜ່ານ​ສະ​ແຕມ​ໄປສະນີ”. ຜ່ານ 2 ​ເດືອນ​ແຫ່ງ​ການ​ຜັນ​ຂະຫຍາຍ, ຄະນະ​ຈັດ​ຕັ້ງ​ໄດ້​ຮັບບົດ​ສ​ອບ​ເສັງ 3,2 ລ້ານ​ບົດ​ຂອງ​ພວກ​ນ້ອງ​ເຍົາວະ​ຊົນ​ໃນ​ທົ່ວ​ປະ​ເທດ. ຄະນະ​ຈັດ​ຕັ້ງ​ຕົກລົງ​ມອບ 47 ລາງວັນ, ​ໃນ​ນັ້ນ​ມີ​ລາງວັນ​ພິ​ເສດ 1 ລາງວັນ, ລາງວັນ​ທີໜຶ່ງ 2 ລາງວັນ.

        ຕາມ​ສາດສະດາຈານ, ດຣ ​ເລ​ວັນ​ລານ, ຫົວ​ໜ້າ​ຄະນະ​ກຳມະການ​ແລ້ວ, ບັນດາ​ບົດ​​ເຂົ້າ​ຮ່ວມ​ການສ​ອບ​ເສັງ​ລ້ວນ​ແຕ່​ໄດ້​ຮັບ​ການສະ​ແດງ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ການ​ຕອບ​ຄຳ​ຖາມ​ຢ່າງ​ຊັດ​​ເຈນ, ພວກ​ນ້ອງ​ໄດ້​​ແຕ້ມ​ສະ​ແຕມສະ​ແດງ​​ໃຫ້​ເຫັນຄວາມ​ຮູ້, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດຊາ​ດ ​ແລະ ມີ​ຄວາມ​​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ໄຊຊະນະ ດ້ຽນບຽນ​ຝູ. ຈາກ​ນັ້ນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ຮັກ​ແພງບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຕັ້ງໜ້າ​ສູ້​ຊົນ, ຮຳ່ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ​ໃຫ້​ແກ່​ພວກ​ນ້ອງ ​​ເພື່ອ​​ກາຍ​ເປັນ​ພົນລະ​ເມືອງ​ຜູ້​ມີ​​ປະ​ໂຫຍ​ດ​ໃຫ້​ແກ່ປະ​ເທດ​ຊາດ​ໃນ​ພາຍ​ພາກ​ໜ້າ.


ຂ່າວ/ບົດ​ອື່ນ