(VOVWORLD) -ປ່ຽນແປງໃໝ່ການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວຂງສະພາແຫ່ງຊາດ ຕອບສະໜອງຄວາມຮຽກຮ້ອງການສ້າງລັດແຫ່ງອຳນາດຕິນິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູບແບບ
ທີ່ວາລະປະຊຸມ
(ພາບ: dangcongsan.vn)
|
ຕອນບ່າຍວັນທີ 01 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ໄດ້ຈັດວາລະປະຊຸມຂອງອະນຸກຳມະການເລກ 2, ປະຕິບັດຫົວເລື່ອງສະເພາະ “ປ່ຽນແປງໃໝ່ການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວຂງສະພາແຫ່ງຊາດ ຕອບສະໜອງຄວາມຮຽກຮ້ອງການສ້າງລັດແຫ່ງອຳນາດຕິນິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູບແບບ”.
ເນື້ອໃນຫົວເລື່ອງສະເພາະຕີລາຄາສະພາບການສັງຄົມພໍສົມຄວນ ແຕ່ໄດ້ໄຈ້ແຍກຢ່າງລົງເລິກບັນດາການປ່ຽນແປງໃໝ່ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ລວມມີ: ການນຳພາຂອງພັກຕໍ່ສະພາແຫ່ງຊາດ; ການຈັດຕັ້ງສະພາແຫ່ງຊາດ; ການປະຕິບັດໜ້າທີ່ຂອງບັນດາອົງການຂອງສະພາແຫ່ງຊາດ… ທີ່ວາລະປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ຮຽກຮ້ອງວ່າ, ຫົວເລື່ອງສະເພາະຕ້ອງເລືອກເອົາບັນດາບັນຫາປ່ຽນແປງໃໝ່, ຕິດພັນກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍກົດໝາຍຂອງລັດຢ່າງໃກ້ຊິດ ແລະ ພິເສດແມ່ນແກ້ໄຂໄດ້ບັນດາບັນຫາຈາກສະພາບຕົວຈິງ.