ພາບປະກອບຈາກVTV.VN
|
(vovworld) – ທີ່ວາລະປະຊຸມປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ຈັດຕັ້ງໃນຕອນບ່າຍວັນທີ 21/3, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຕີລາຄາສູງການປັບປຸງຮ່າງກົດໝາຍວ່າດ້ວຍສື່ມວນຊົນ ໂດຍອີງໃສ່ເນື້ອໃນຈິດໃຈເຊີດຊູບົດບາດຂອງສື່ມວນຊົນ. ຮ່າງກົດໝາຍລວມມີ 6 ພາກ, 62 ມາດຕາ ໄດ້ສະແດງໃຫ້ເຫັນບັນດາບັນຫາພື້ນຖານ, ຈຳເປັນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວສື່ມວນຊົນ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ສື່ມວນຊົນປະຕິບັດ ແລະ ສຳເລັດໜ້າທີ່ໂດຍລັດມອບໝາຍໃຫ້, ລັດຕ້ອງມີຫຼາຍນະໂຍບາຍບຸລິມະສິດໃຫ້ແກ່ການເຄື່ອນໄຫວສື່ມວນຊົນ, ຮັບປະກັນສິດຂອງສື່ມວນຊົນໄດ້ສຳພັດກັບແຫຼ່ງຂ່າວ, ສະເໜີພິຈາລະນາ, ເພ່ີມເຕີມບັນດາການກະທຳກໍ່ຄວາມກີດຂວາງເຖິງການເຄື່ອນໄຫວຂອງສື່ມວນຊົນ.
ຕໍ່ໜ້າການພັດທະນາຢ່າງວ່ອງໄວຂອງສື່ສານໂລກ, ປະຈຸບັນ, ສື່ມວນຊົນແບບເກົ່າພວມປະເຊີນໜ້າກຳລັງແກ່ງແຍ້ງອັນໃຫຍ່ຫຼວງຈາກເຄືອຂ່າຍສື່ສັງຄົມ. ບັນດາອົງການສື່ມວນຊົນພວມປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ. ຮ່າງກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ຄັ້ງນີ້ຕ້ອງໄດ້ຮັບການສ້າງໂດຍອີງໃສ່ສະພາບຕົວຈິງ. ທ່ານນາງ ດ່ວານຫງວຽນທູ່ຍຈາງ, ສສຊ ນະຄອນ ໂຮ່ຈີມິນ, ປະກອບຄຳເຫັນວ່າ:
“ດ້ວຍການປັບປຸງຄັ້ງນີ້, ບັນດາອົງການສື່ມວນຊົນຫວັງວ່າ: ລັດຈະສ້າງເງື່ອນໄຂໃຫ້ແກ່ສື່ມວນຊົນພັດທະນາບໍ່ພຽງແຕ່ດ້ວຍການເກື້ອກຸນເທົ່ານັ້ນ ຫາກດ້ວຍກົນໄກເພື່ອໃຫ້ອົງການສື່ມວນຊົນເປັນເຈົ້າ ແລະ ຂະຫຍັນຂັນເຄື່ອນເພື່ອສ້າງລາຍຮັບ. ບັນດາຮູບການສ້າງແຫຼ່ງລາຍຮັບໃຫ້ແກ່ອົງການສື່ມວນຊົນຕ້ອງມີຂໍ້ກຳນົດເປີດ ເໝາະສົມກັບການພັດທະນາຢ່າງແຮງຂອງເຕັກໂນໂລຢີສື່ສານ ແລະ ເສດຖະກິດການຕະຫຼາດ.”