ສ້າງເງື່ອນໄຂສະດວກໃຫ້ຊາວຕ່າງປະເທດເຂົ້າອອກເມືອງ ແລະພັກອາໄສຢູ່ຫວຽດນາມກວ່າອີກ

(VOVWORLD) -ລັດຖະບານ ໄດ້ສະເຫນີ ຍົກການກຳນົດເວລາຂອງ ການອອກວິຊາເອເລັກໂຕນິກຈາກ 30 ວັນຂຶ້ນເປັນ 3 ເດືອນ
ສ້າງເງື່ອນໄຂສະດວກໃຫ້ຊາວຕ່າງປະເທດເຂົ້າອອກເມືອງ ແລະພັກອາໄສຢູ່ຫວຽດນາມກວ່າອີກ - ảnh 1ສະມາຊິກສະພາແຫ່ງຊາດພ້ອມກັນປຶກສາຫາລື ຢູ່ ຫໍປະຊຸມສະພາແຫ່ງຊາດ. ພາບ: quochoi.vn

ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ພັກອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ ລາຍງານທີ່ວາລະປະຊຸມໃນຕອນເຊົ້າວັນທີ 27 ພຶດສະພາ ຢູ່ ຫໍປະຊຸມສະພາແຫ່ງຊາດ. ໃນນັ້ນ ກົດໝາຍ ວ່າດ້ວຍການເຂົ້າອອກເມືອງ, ພັກອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ ໄດ້ຮັບການປັບປຸງຕາມທິດສືບຕໍ່ສ້າງເງື່ອນໄຂໃຫ້ແກ່ຊາວຕ່າງປະເທດເຂົ້າອອກເມືອງ, ພັກອາໄສ ຢູ່ ຫວຽດນາມ ກວ່າອີກ.

ລະອຽດແມ່ນ: ລັດຖະບານ ໄດ້ສະເຫນີ ຍົກການກຳນົດເວລາຂອງ ການອອກວິຊາເອເລັກໂຕນິກຈາກ 30 ວັນຂຶ້ນເປັນ 3 ເດືອນ, ມີຄຸນຄ່າເທື່ອຫນຶ່ງ ຫລື ຫລາຍເທື່ອ. ປັບປຸງ, ເພີ່ມເຕີມຂໍ້ກຳນົດເພື່ອເປີດກວ້າງການອອກວິຊາເອເລັກໂຕນິກໃຫ້ພົນລະເມືອງຂອງທັງໝົດປະເທດ ແລະ ເຂດແຄ້ວນ.

ລັດຖະບານ ສະເຫນີ ປັບປຸງ, ເພີ່ມເຕີມເພື່ອຍົກການກຳນົດເວລາພັກອາໄສ ແຕ່ 15 ວັນຂຶ້ນເປັນ 45 ວັນສຳລັບພົນລະເມືອງຂອງປະເທດຊື່ງ ຫວຽດນາມ ອອກວິຊາຕາມຝ່າຍດຽວ. ກຳນົດເວລາ 45 ວັນແມ່ນລະດັບສະເລ່ຍຂອງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ