ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຍີ່ປຸ່ນລົງທຶນຢູ່ຫວຽດນາມ

ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຍີ່ປຸ່ນລົງທຶນຢູ່ຫວຽດນາມ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິງ​ຢຸງ
​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຸ່ມ​ບໍ​ລິ​ສັດ ໂຕ​ໂຢ​ຕາ ຍີ່​ປຸ່ນ)

(vovworld) - ຕອນ​ບ່າຍ​ວັນ​ທີ 19/05, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິງ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຸ່ມ​ບໍ​ລິ​ສັດ ໂຕ​ໂຢ​ຕາ ຍີ່​ປຸ່ນ, ໂ​ດຍ​ທ່ານ Fukui Hiroyuki, ຜູ້​ອຳ​ນວຍ​ການ​​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ​ນຳ​ໜ້າ. ທີ່​ການ​ຕ້ອນ​ຮັບ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິງ​ຢຸງ ໃຫ້​ຮູ້​ວ່າ, ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສ​ູງ​ຄູ່​ຮ່ວມ​ມື​ຍີ່​ປຸ່ນ ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ຍາມ​ໃດ​ກ​ໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ, ສ້າງກາ​ລະ​ໂອ​ກາດ​ໃຫ້​ບັນ​ດາວ​ິ​ສາ​ຫະ​ກິດ​ຍີ່​ປຸ່ນ ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ບັນ​ດາ​ນັ​ກ​ລົງ​ທຶນ, ວິ​ສາ​ຫ​ະ​ກິດ​ຍີ່​ປຸ່ນ ຈະ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ, ລົງ​ທຶນ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ຂະ​ແໜງ​ລົດ​ໂອ​ໂຕ​ຢູ່​ຫວຽດ​ນາມ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ຜະ​ລິດ​ອຸ​ປະ​ກອນ​ລົດ​ໂອ​ໂຕ, ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ຂະ​ແໜງ​ຜະ​ລິດ​ລົດ​ໂອ​ໂຕ.

        ສ່ວນ​ທ່ານ Fukui Hiroyuki ສະ​ເໜີ​ໃຫ້​ລັດ​ຖ​ບະານ​ຫວຽດ​ນາມ ສ້າງ ແລະ ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ພາ​ສີ​​ເປັ​ນ​ປົກ​ກະ​ຕິ ເພື່ອ​ປະ​ກອບ​ສ່ວນ​ສ້າງ​ຕະ​ຫຼາດ​ລົດ​ໂອ​ໂຕ ໃຫ້​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ