ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ເຂົ້າ​ເມືອງ ອົດ​ສະ​ຕາ​ລີ ເພື່ອ​ເຮັດ​ວຽກ​ໃນ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) -ກ່າວຄຳເຫັນໜ້າທີ່ນີ້, ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ ການລົງນາມບົດບັນທຶກຊ່ວຍຈຳແມ່ນຂີດໝາຍສຳຄັນໃນການພົວພັນຄູ່ຮ່ວມມືລະຫວ່າງສອງຝ່າຍ.
ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ເຂົ້າ​ເມືອງ ອົດ​ສະ​ຕາ​ລີ ເພື່ອ​ເຮັດ​ວຽກ​ໃນ​ຂົງ​ເຂດ​ກະ​ສິ​ກຳ - ảnh 1ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງສອງປະເທດ ຫວຽດນາມ - ອົດສະຕາລີ ກ່ຽວກັບຂົງເຂດແຮງງານ (ພາບ: cand.com.vn)

ວັນທີ 28 ມີນາ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ພ້ອມກັບກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ໄດ້ຈັດຕັ້ງພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານ ອົດສະຕາລີ ແລະ ລັດຖະບານ ຫວຽດນາມ ກ່ຽວກັບການໜູນຊ່ວຍພົນລະເມືອງ ຫວຽດນາມ ເຂົ້າຮ່ວມໂຄງການແຮງງານກະສິກຳຢູ່ອົດສະຕາລີ. ກ່າວຄຳເຫັນໜ້າທີ່ນີ້, ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ ການລົງນາມບົດບັນທຶກຊ່ວຍຈຳແມ່ນຂີດໝາຍສຳຄັນໃນການພົວພັນຄູ່ຮ່ວມມືລະຫວ່າງສອງຝ່າຍ. ບົດບັນທຶກຈະຊ່ວຍສ້າງກອບນິຕິກຳ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ເຂົ້າເມືອງອົດສະຕາລີຢ່າງງ່າຍດາຍ ເພື່ອໄປເຮັດວຽກໃນຂົງເຂດກະສິກຳ. ພ້ອມທັງ, ຊຸກຍູ້ການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີໃນສະພາບການຮ່ວມມື ແລະ ເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ, ແມ່ນຊ່ອງທາງແກ້ໄຂວຽກເຮັດງານທຳຢ່າງມີປະສິດທິຜົນ, ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ, ຫາກຍັງປະກອບສ່ວນຮັບປະກັນຊີວິດສັງຄົມແບບຍືນຍົງ. ສ່ວນຝ່າຍອົດສະຕາລີ ຈະຕ້ອນຮັບຜູ້ອອກແຮງງານຫວຽດນາມ ໃນຂົງເຂດກະສິກຳ ດ້ວຍຈຳນວນປະມານ 1000 ຄົນ/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ