ພາບ: baodautu.vn
(vovworld) –ຕອນບ່າຍວັນທີ 23/3, ທີ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ, ຮອງປະທານຜູ້ທີ່ໜຶ່ງສະພາແຂ່ງຂັນ-ຍ້ອງຍໍສູນກາງ, ໄດ້ເປັນປະທານການປະຊຸມຄະນະຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9, ປຶກສາຫາລືບັນດາເນື້ອໃນ, ແຜນການກະກຽມກອງປະຊຸມໃຫຍ່. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ: ເວລາກະກຽມຈັດຕັ້ງກອງປະຊຸມໃຫຍ່ທົ່ວປະເທດແມ່ນເຫຼືອບໍ່ເທົ່າໃດ. ດັ່ງນັ້ນ, ບັນດາອະນຸກຳມະການຄວນຜັນຂະຫຍາຍແຜນການເຄື່ອນໄຫວຢ່າງທັນທີ, ຊ້າຊຸດຮອດວັນທີ 10/4 ບັນດາອະນຸກຳມະການຕ້ອງສ້າງສຳເລັດແຜນການ. ທ່ານນາງຮອງປະທານປະເທດ ຮຽກຮ້ອງຄວນຄັດເລືອກບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຕ້ອງແມ່ນຜູ້ທີ່ດີເດັ່ນ, ມີການປະກອບສ່ວນຫຼາຍຢ່າງເຂົ້າໃນທຸກຂົງເຂດໃນກອງປະຊຸມໃຫຍ່ຜ່ານມາ. ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9 ຈະຈັດຕັ້ງໃນເດືອນ 11/2015 ດ້ວຍຜູ້ແທນເຂົ້າຮ່ວມແມ່ນ 2.000 ຄົນ.