ສ້າງໂຄງປະກອບຂະ ແໜງກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ
(ພາບ: iasvn.org )
(vovworld)- ສ້າງໂຄງປະກອບຂະແໜງຄືນໃໝ່ທັງແມ່ນໜ້າທີ່ຮີບດ່ວນ ແລະ ຍາວນານ ແລະ ນີ້ແມ່ນບາດກ້າວເດີນສຳຄັນ ພັດທະນາຂະແໜງກະສິກຳຂອງທ້ອງຖິ່ນເວົ້າສະເພາະ ແລະ ເສດຖະກິດສັງຄົມຂອງປະເທດຊາດເວົ້າລວມ. ນີ້ແມ່ນຂໍ້ໃຫ້ສັງເກດຂອງບັນດາຜູ້ແທນທີ່ກອງປະຊຸມປະຕິບັດແຜນຮ່າງ “ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ“ ຈັດຂຶ້ນໃນວັນທີ 27/9 ຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ແລະ ຜູ້ຕາງໜ້າ 63 ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ,ນະຄອນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ເນັ້ນໜັກວ່າ: ແຜນຮ່າງ “ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ “ ຮັກສາການເຕີບໂຕ, ຍົກສູງປະສິດທິຜົນ ແລະ ຄວາມສາມາດແກ່ງແຍ້ງຜ່ານການເພີ່ມສະມັດຕະພາບ, ຄຸນນະພາບ ແລະ ຄຸນຄ່າເພີ່ມ:
“ທຸກໆທ້ອງຖິ່ນ, ອົງການຂຶ້ນກັບຂະແໜງກະສິກຳຕ້ອງກຳນົດຢ່າງຈະແຈ້ງວ່າ ນີ້ແມ່ນມາດຕະການເພື່ອແກ້ໄຂບັນດາຄວາມຈຳກັດຂອງຂະແໜງໃນຕໍ່ໜ້າ ແລະ ຍາວນານ, ເພື່ອແນ່ໃສ່ຮັກສາການເຕີບໂຕ ແລະ ບັນລຸບັນດາຈຸດໝາຍພັດທະນາເສດຖະກິດ, ສັງຄົມ, ສິ່ງແວດລ້ອມພ້ອມກັນ. ຕາມນັ້ນແລ້ວ, ຕ້ອງແນະນຳ ທ້ອງຖິ່ນຕ່າງໆ ບັນດາເນື້ອໃນປະຕິບັດ, ການກຳນົດມາດຕະການຕົ້ນຕໍຜັນຂະຫຍາຍແຕ່ລະຂະແໜງ, ຂົງເຂດລະອຽດ…. “.