ສ້າງໂຄງປະກອບຕະຫຼາດ ຂົນສົ່ງຄືນໃໝ່, ບຸລິມະສິດ ພັດທະນາທາງລົດໄຟ ແລະ ທາງນ້ຳ
(ພາບ ປະກອບ)
(vovworld)- ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນອະນຸມັດຍຸດທະສາດການພັດທະນາການບໍລິການຂົນສົ່ງຮອດປີ 2020, ການກຳນົດທິດຮອດປີ 2030. ຕາມນັ້ນແລ້ວຈະໃຫ້ບຸລິມະສິດພັດທະນາການບໍລິການຂົນສົ່ງທາງລົດໄຟ ແລະ ທາງນ້ຳພາຍໃນປະເທດ. ຍູ້ແຮງການພັດທະນາການບໍລິການຂົນສົ່ງ ແລະ ທ່ອງທ່ຽວທາງທະເລ, ຍົກສູງຄວາມສາມາດຮັບກຳປັ່ນທ່ອງທ່ຽວ. ເພີ່ມທະວີຄວາມສາມາດເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽງຢູ່ເຂດດິນຕໍ່ແຜ່ນຢ່າງສະດວກສະບາຍ. ເບີດສາຍການບິນຢ່າງຮີບດ່ວນ ແລະ ເພີ່ມທະວີຄວາມສາມາດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໃນສາຍການບິນຕ່າງໆໄປເອີລົບ, ອາເມລິກາເໜືອ, ອາເມລິກາລາຕິນ ແລະ ອາຟຼິກກາ, ພ້ອມທັງຍູ້ແຮງການຫັນລັດວິສາຫາກິດຂົນສົ່ງເປັນຫຸ້ນສ່ວນ.
ຕາມຍຸດທະສາດ, ສູ້ຊົນຮອດປີ 2030, ຍອດປະລິມານຂົນສົ່ງສິນຄ້າຂອງຫວຽດນາມ ບັນລຸປະມານ 4,3 ຕື້ໂຕນ, ຜູ້ໂດຍສານແມ່ນ 14 ຕື້ເທື່ອຄົນ, ລະດັບເຕີບໂຕສະເລ່ຍຂອງປະລິມານຂົນສົ່ງສິນຄ້າໄລຍະ 2021-2030 ແມ່ນ 6,7% ແລະ ຜູ້ໂດຍສານແມ່ນ 8,2%.