ສາທາລະນະລັດ ຣາວັນດາ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ກ່ວາອີກ.
(VOVWORLD) -ທ່ານ Paul Kagame ປະທານາທິບໍດີ ຣາວັນດາ ຫວັງວ່າການພົວພັນຮ່ວມມືລະຫວ່າງສອງປະເທດຈະໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດກ່ວາອີກໃນໄລຍະຈະມາເຖິງ.
ທ່ານ ຫງວຽນກິມແຢັວງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ແລະ ທ່ານ Paul Kagame ປະທານາທິບໍດີ ສ.ຣາວັນດາ. |
ທ່ານ ຫງວຽນກິມແຢັວງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ຕັງຊານີ ແລະ ຣາວັນດາ ຫາກໍ່ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ Paul Kagame ປະທານາທິບໍດີ ສ.ຣາວັນດາ. ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ ຫງວຽນກິມແຢັວງ ຫວັງວ່າສອງປະເທດຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນກ່ວາອີກໃນບັນດາເວທິປາໄສສາກົນ ແລະ ພາກພື້ນ, ຈະລົງນາມໃນສົນທິສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ທີ່ມີໜັງສືຜ່ານແດນທາງການທູດ ແລະ ໜັງສືຜ່ານແດນທາງລັດຖະການໂດຍໄວ, ເຈລະຈາ ແລະ ລົງນາມໃນສົນທິສັນຍາການຄ້າ, ສົນທິສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສົນທິສັນຍາບໍ່ເກັບພາສີຊ້ອນ…ເພື່ອແນໃສ່ສ້າງຂອບເຂດນິຕິກຳໃຫ້ແກ່ບັນດາເຄື່ອນໄຫວການຮ່ວມມື. ທ່ານ Paul Kagame ປະທານາທິບໍດີ ຣາວັນດາ ຫວັງວ່າການພົວພັນຮ່ວມມືລະຫວ່າງສອງປະເທດຈະໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດກ່ວາອີກໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ທ່ານ ຫງວຽນກິມແຢັວງ ໄດ້ເຮັດວຽກກັບທ່ານ Richard Sezibera ລັດຖະມົນຕີການຕ່າງປະເທດ ຣາວັນດາ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ ແລະ ສອງປະເທດເວົ້າລວມ.