(ພາບ:laodong.com.vn)
(vovworld) – ເນື່ອງໃນໂອກາດປີໃໝ່ 2013, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ມີບົດຂຽນດ້ວຍຫົວຂໍ້ວ່າ: ເດັດດ່ຽວແກ້ໄຂຄວາມອ່ອນດ້ອຍ ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຄວບຄຸມໄພເງິນເຟີ້, ຮັບປະກັນການເຕີບໂຕ, ນຳປະເທດຊາດພັດທະນາແບບຍືນຍົງ. ວິທະຍຸກະຈາຍສຽງຫວຽດນາມ ຂໍຄັດສະເໜີບົດຂຽນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ.
ປີ 2013, ຫວຽດນາມ ສືບຕໍ່ຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຄື: ເສດຖະກິດໂລກຟື້ນຕົວຢ່າງຊັກຊ້າ, ບັນດາຕະຫຼາດສົ່ງອອກ ແລະ ດຶງດູດເງິນລົງທຶນຕົ້ນຕໍຂອງຫວຽດນາມ ຍັງບໍ່ທັນຫລຸດພົ້ນອອກຈາກສະພາບຊຸດໂຊມເທື່ຶອ, ຢູ່ພາຍໃນປະເທດ, ຄວາມອ່ອນດ້ອຍກ່ຽວກັບໂຄງປະກອບເສດຖະກິດ ແລະ ຮູບແບບການເຕີໂຕໄດ້ຮັບການແກ້ໄຂຢ່າງຊັກຊ້າ, ວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່ຍັງຢູ່ໃນໄລຍະເລີ່ມຕົ້ນເທົ່ານັ້ນ ແລະ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເສດຖະກິດມະຫາພາກຍັງບໍ່ທັນໝັ້ນຄົງ, ໄພເງິນເຟີ້ຍັງມີໄຟເພີ່ມຂຶ້ນສູງຄືນໃໝ່, ພື້ນຖານເສດຖະກິດຍັງບໍ່ທັນມີທ່າເຕີບໂຕ, ການຜະລິດດຳເນີນທຸລະກິດ ແລະ ແກ້ໄຂວຽກເຮັດງານທຳພວມປະສົບກັບຄວາມຫຍຸ້ງຍາກ….ໃນຂະນະນັ້ນ, ຫວຽດນາມ ຕ້ອງປະເຊີນໜ້າກັບບັນດາກົນອຸບາຍເລລ່ຽມເພື່ອກໍ່ຄວາມຂາດສະຖຽນລະພາບດ້ານການເມືອງສັງຄົມ, ລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດ. ໃນສະພາບການດັ່ງກ່າວ, ເພື່ອບັນລຸໄດ້ຈຸດໝາຍສັງລວມທີ່ໄ້ດວາງອອກໃນປີ 2013, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ, ຂອງທັງລະບົບການເມືອງໃນການປະຕິບັດຢ່າງຄົບຊຸດບັນດາໜ້າທີ່ມາດຕະການໄດ້ວາງອອກ. ໃນນັ້ນຕ້ອງສຸມໃສ່ປະຕິບັດເປັນຢ່າງດີບັນດາຈຸດສຸມດັ່ງລຸ່ມນີ້:
ທີໜຶ່ງແມ່ນຍົກສູງຄຸນນະພາບຂໍ້ກຳນົດກົດລະບຽບ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຕະຫຼາດ: ເພື່ອມີຂໍ້ກຳນົດກົດລະບຽບ, ນະໂຍບາຍດີ, ຕ້ອງຍຶດໝັ້ນທັດສະນະຂອງພັກກ່ຽວກັບການສ້າງພື້ນຖານເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ, ເລີ່ມຈາກຄວາມຕ້ອງການພັດທະນາ ແລະ ຜົນປະໂຫຍດຂອງປະຊາຊົນ.
ທີສອງແມ່ນ ບໍລິຫານນະໂຍບາຍເງິນຕາຕາມສັນຍານຕະຫຼາດ ແລະ ລະດັບເງິນເຟີ້ທີ່ວາງອອກ. ສົມທົບນະໂຍບາຍເງິນຕາມ ແລະ ນະໂຍບາຍປີການເງິນຢ່າງແໜ້ນແຟ້ນ: ບົນຫຼັກການປະຕິບັດນະໂຍບາຍເງິນຕາແໜ້ນແຟ້ນ, ຕ້ອງດັດປັບຢ່າງມີໄຫວພິບ, ຮັບປະກັນການຮັກສາອັດຕາດອກເບັ້ຍເໝາະສົມກັບລະດັບໄພເງິນເຟີ້, ຊີ້ນຳການແກ້ໄຂໜີ້ເສຍຢ່າງຂ້ຽວຂາດ. ຕ້ອງຮິບເຮັ່ງຜັນຂະຫຍາຍບັນດາໂຄງການລົງທຶນຕາມແຜນການເພື່ອແນໃສ່ເພີ່ມຍອດຄວາມຕ້ອງການເພື່ອກະຕຸກຊຸກຍູ້ພື້ນຖານເສດຖະກິດ.
ທີສາມແມ່ນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ ແລະ ໜູນຊ່ວຍຕະຫຼາດ: ຖືເປັນສຳຄັນບັນດາມາດຕະການສ້າງຄວາມຕ້ອງການ, ນະໂຍບາຍປີການເງິນ, ເງິນຕາມຸ້ງໄປເຖິງບັນດາເປົ້າໝາຍ,ຂົງເຂດມີລະດັບເພີ່ມຄວາມຕ້ອງການຫຼາຍ, ນັ້ນຄື: ກະສິກຳ, ຊາວກະສິກອນ, ຊົນນະບົດ, ເປີດກ້ວາງຕະຫຼາດສົ່ງອອກ, ພັດທະນາພື້ນຖານໂຄງລ່າງເສດຖະກິດສັງຄົມ….
ທີສີ່ແມ່ນຍູ້ແຮງການປະຕິຮູບດ້ານບໍລິຫານ, ຍົກສູງຄວາມຮັບຜິດຊອບຂອງພະນັກງານລັດຖະກອນໃນການປະຕິບັດວຽກງານລັດຖະການ: ຕ້ອງເດັດດ່ຽວປັດເຂ່ຍບັນດາລະບຽບການບໍ່ຈຳເປັນ, ເພີ່ມທະວີລະບຽບວິໄນ, ຄວາມຮັບຜິດຊອບຂອງພະນັກງານລັດຖະກອນໃນການປະຕິບັດວຽກງານລັດຖະການ. ເປີດກ້ວາງການປະຕິບັດກົນໄກປະຕູດຽວ.
ທີຫ້າແມ່ນຍູ້ແຮງວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່: ໃນສາມເນື້ອໃນຂອງການສ້າງໂຄງປະກອບເສດຖະກິດຄືນໃໝ່ແຕ່ນີ້ຮອດປີ 2015, ການສ້າງໂຄງປະກອບລັດວິສາຫະກິດມີທີ່ຕັ້ງສຳຄັນພິເສດ. ບັນດາກຸ່ມບໍລິສັດ ແລະ ບໍລິສັດໃຫ່ຍຂອງລັດຕ້ອງສຸມແຫຼ່ງກຳລັງເຂົ້າໃນຂົງເຂດດຳເນີນທຸລະກິດ ເພື່ຶອແນໃສ່ປະຕິບັດນະໂຍບາຍອຸດສາຫະກຳຢ່າງມີປະສິດທິຜົນ.
ທີຫົກແມ່ນຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ: ໃນປີ 2013, ຕ້ອງສຸມໃສ່ຍູ້ແຮງການຫລຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນໃນເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ. ຖືການພັດທະນາເສດຖະກິດ-ສັງຄົມຢູ່ບັນດາເຂດຕັ້ງຖິ່ນຖານຄືນໃໝ່ຄົງທີ່ເປັນສຳຄັນ, ຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ຢ່າງເປັນປົກກະຕິ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ: ເສີມຂະຫຍາຍບັນດາຄວາມກ້າວໜ້າທີ່ບັນລຸໄດ້, ເດັດດ່ຽວແກ້ໄຂບັນດາຄວາມອ່ອນດ້ອຍ, ຍົກສູງຄວາມຮັບຜິດຊອບ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມູນເຊື້ອສາມັກຄີ-ຮ່ວມແຮງຮ່ວມໃຈ, ແນ່ນອນວ່າ, ປະຊາຊົນຫວຽດນາມ, ປະເທດຊາດຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2013 ຢ່າງມີໄຊ.