ສານທາງການດ່ວນກ່ຽວກັບ ພະຍຸ Rumbia

ສານທາງການດ່ວນກ່ຽວກັບ ພະຍຸ Rumbia - ảnh 1
ພະຍຸ​ Rumbia ພວມ​ກ້າວ​ເຂົ້າທະ​ເລ​ຕະ​ເວັນ​ອອກ

(ພາບ:vietgiaitri.com)

(vovworld)-  ​​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳຖ້ວມ​ສູນ​ກາງ, ຄະນະ​ກຳມະການ​ຊອກ​ຫາ​ກູ​​ໄພ​ກູ້​ຊີບ​ແຫ່ງ​ຊາດ​ຫາ​ກໍ່​ມີ​ສານ​ທາງ​ການ​ດ່ວນ​ຝາກ​ໄປ​ຍັງ​​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳຖ້ວມບັນດາ​ແຂວງ, ນະຄອນ​ແຄມ​ທະ​ເລ​ຈາກ​ກວາງ​ນິງ ​ໄປ​ຟູ​ອຽນ; ​​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳຖ້ວມກະຊວງປ້ອງ​ກັນ​ປະ​ເທດ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ການ​ຕ່າງປະ​ເທດ​ກ່ຽວ​ກັບພະຍຸ​ Rumbia. ​ເພື່ອ​ເປັນ​ເຈົ້າການ​ຮັບ​ມື​ກັບ​ພະຍຸ, ​​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳຖ້ວມ​ສູນ​ກາງ, ຄະນະ​ກຳມະການ​ຊອກ​ຫາ​ກູ​​ໄພ​ກູ້​ຊີບ​ແຫ່ງ​ຊາດ ສະ​ເໜີ​ໃຫ້ຄະນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານ​ພະຍຸ​ນ້ຳຖ້ວມ ​ແລະ ​ຊອກ​ຫາ​ກູ​​ໄພ​ກູ້​ຊີບ​ບັນດາ​ແຂວງ​ນະຄອນ ​ແລະ ກະຊວງ ຂະ​ແໜງ​ການ​ຕ່າງໆ ອີງ​ຕາມ​ສະພາບ​ຕົວ​ຈິງ​ເພື່ອ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ພະຍຸ​ເລກ 3 Rumbia.

ຂ່າວ/ບົດ​ອື່ນ