ສານສະຫະພັນສະຫະພັນລັດເຊຍຂອງປະທານາທິບໍດີລັດເຊຍ V.Putin
ທ່ານປະທານາທິບໍດີ Vladimir Putin
(ພາບ: AFP/TTXVN)
(vovworld) - ເວລາ 12 ໂນງ (ຕາມເວລາມົດສະກູ) ວັນທີ 01/12, ຢູ່ວັງ Kremlin, ທ່ານປະທານາທິບໍດີ Vladimir Putin ເລີ່ມຕົ້ນອ່ານສານສະຫະພັນປະຈຳປີ ຕໍ່ໜ້າ 2 ສະພາຄື: ສະພາສະຫະພັນ ແລະ ສະພາດູມາແຫ່ງຊາດ. ນີ້ແມ່ນສານສະຫະພັນຄັ້ງທີ 23 ໃນປະຫວັດສາດຍຸກທັນສະໄໝຂອງປະເທດລັດເຊຍ ແລະ ສານສະຫະພັນຄັ້ງທີ 13 ຂອງທ່ານ Putin. ບັນດາບັນຫາເສດຖະກິດສັງຄົມ ແລະ ນະໂຍບາຍພົວພັນພາຍໃນປະເທດ ໄດ້ຮັບຄວາມເອົາໃຈໃສ່ຈາກທ່ານປະທານາທິບໍດີລັດເຊຍ Vladimir Putin. ທ່ານປະທານາທິບໍດີ Putin ໄດ້ຮັບຮອງເອົາບັນດາຜົນງານເປັນພິເສດເຊິ່ງບັນດາຂະແໜງເສດຖະກິດພາຍໃນປະເທດບັນລຸໄດ້ ໃນສະພາບລັດເຊຍ ພວມປະສົບກັບຄວາມຫຍຸ້ງຍາກຈາກພາຍນອກຄື ບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ, ລາຄານ້ຳມັນຫຼຸດລົງ. ຜົນງານດ້ານກະສິກຳລັດເຊຍ ໄດ້ຮັບຮູ້ເປັນພິເສດ. ນອກນັ້ນ, ອຸດສາຫະກຳປ້ອງກັນຊາດກໍໄດ້ເພີ່ມສະມັດຕະພາບ ການອອກແຮງງານຫຼາຍພໍສົມຄວນ.
ກ່ຽວກັບການຕ້ານກໍ່ການຮ້າຍ, ທ່ານປະທານາທິບໍດີ ຢືນຢັນວ່າ ຈະສືບຕໍ່ຕ້ານລັດທິກໍການຮ້າຍທັງຢູ່ພາຍໃນປະເທດ. ກ່ຽວກັບການພົວພັນກັບສາກົນ, ລັດເຊຍ ຢືນຢັນ ພ້ອມແລ້ວທີ່ຈະເຈລະຈາສ້າງຕັ້ງລະບົບການພົວພັນກັບສາກົນຢ່າງໝັ້ນຄົງ. ທ່ານປະທານາທິບໍດີ Putin ຫວັງວ່າຈະບັນລຸບາດກ້າວທີ່ມີຄຸນນະພາບໃນການພົວພັນກັບຍີ່ປຸ່ນ, ຊົມເຊີຍເລື່ອງການນຳປະເທດນີ້ຢາກພັດທະນາການພົວພັນດ້ານເສດຖະກິດກັບລັດເຊຍ. ມົດສະກູ ກໍຢືນຢັນພ້ອມແລ້ວທີ່ຈະພັດທະນາການພົວພັນກັບອຳນາດການປົກຄອງໃໝ່ຂອງອາເມລິກາ, ລວມທັງການຫັນການພົວພັນເປັນປົກກະຕິ ແລະ ເລີ່ມສ້າງການພົວພັນ 2 ຝ່າຍບົນພື້ນຖານສະເໜີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ກ່ຽວກັບທິດທາງມຸ່ງໄປເຖິງທິດຕາເວັນອອກ ແລະ ການພົວພັນກັບຈີນ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ, ການພົວພັນຄູ່ຮ່ວມມືຮອບດ້ານລັດເຊຍ - ຈີນ ແມ່ນໜຶ່ງໃນບັນດາປັດໃຈຮັບປະກັນຄວາມໝັ້ນຄົງທົ່ວໂລກ ແລະ ພາກພື້ນ.
ການພົວພັນກັບອີນເດຍ ເຊິ່ງໄດ້ຮັບການຕີລາຄາຈາກການນຳລັດເຊຍ ແມ່ນການພົວພັນພິເສດ ແລະ ຮັບບຸລິມະສິດ. ບັນດາບັນຫາພາຍໃນປະເທດ ແລະ ສາກົນເຊິ່ງລັດເຊຍ ປະເຊີນໜ້າຫວ່າງມໍ່ໆມານີ້ກໍໄດ້ຮັບການເຕື້ອງເຖິງຈາກທ່ານ Putinຄື: ຄວາມເສລີໃນການປາກເວົ້າ, ຕ້ານການສໍ້ລາດບັງຫຼວງ, ພັດທະນາສາທາສະນະສຸກ… ທ່ານປະທານາທິບໍດີລັດເຊຍ ໄດ້ສິ້ນສຸດສານສະຫະພັນ 2016 ດ້ວຍຄຳຮຽກຮ້ອງປະຊາຊົນທຸກຊັ້ນຄົນ ພ້ອມກັນເປັນເອກະພາບມານະພະຍາຍາມ “ອະນາຄົດຂອງປະເທດຊາດອີງໃສ່ປະຊາຊົນທຸກໆຄົນ”.