(VOVWORLD) -ວັນທີ 30 ທັນວາ, ປະທານາທິບໍດີລັດເຊຍ PuTin ໄດ້ສົ່ງສານອວຍພອນປີໃໝ່ເຖິງບັນດາການນຳຫຼາຍປະເທດໃນໂລກ ພ້ອມກັບບັນດາຜູ້ນຳບັນດາອົງການຈັດຕັ້ງສາກົນ
ປະທານາທິບໍດີ ລັດເຊຍ PuTin |
ໃນສານອວຍພອນທີ່ສົ່ງເຖິງປະທານາທິບໍດີ ອາເມລິກາ Donald Trump, ປະທານາທິບໍດີລັດເຊຍ PuTin ເນັ້ນໜັກເຖິງສາຍພົວພັນລັດເຊຍ-ອາເມລິກາ ແມ່ນສວມບົດບາດສຳຄັນສຳລັບການຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບໃນໂລກ. ປະທານາທິບໍດີລັດເຊຍ PuTin ໄດ້ຢ້ຳຄືນວ່າ ມົດສກູພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາ ກ່ຽວກັບໂຄງການດຳເນີນງານໃນວົງກ້ວາງ.
ເມື່ອສົ່ງສາອວຍພອນປີໃໝ່ເຖິງ ປະທານປະເທດຈີນ ຈຽງເຊີ້ໝິນ ພ້ອມກັບປະຊາຊົນປະເທດນີ້, ປະທານາທິບໍດີລັດເຊຍ PuTin ໄດ້ເຊີດຊູສາຍພົວພັນລະຫວ່າງຮອບດ້ວຍໂດຍອີງບົນຄວາມເຊື່ອໝັ້ນ ແລະ ການຊ່ວຍໜູນກະທົບຕໍ່ກັນຍຸດທະສາດລະຫວ່າງລັດເຊຍ-ຈີນ, ກໍຄືການຮ່ວມມືຢ່າງຕັ້ງໜ້າລະຫວ່າງ 2 ຝ່າຍ.
ວັນທີ 30 ທັນວາ, ໃນບົດກ່າວປາໄສເນື່ອງໃນໂອກາດປີໃໝ່ ຄ.ສ 2019, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຮຽກຮ້ອງປະຊາຊົນຈົ່ງສາມັກຄີ, ຮ່ວມມື ເພື່ອພ້ອມກັນຜ່ານຜ່າຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ເນັ້ນໜັກວ່າ ປະເທດຊາດຈະມຸ່ງໄປສູ່ບັນດາມາດຕະການແກ້ໄຂທົ່ວໂລກ ໃນຂະນະທີ່ເຢຍລະມັນເລີມຮັບດຳລົງຕຳແໜ່ງ ກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສ.ປ.ຊໃນອາຍຸການ 2 ປີ ຊຶ່ງເລີ່ມແຕ່ວັນທີ 1 ມັງກອນປີ 2019.
ການນຳ ສ.ປ.ປ.ເກົາຫຼີ Kim jong un ໄດ້ສົ່ງສານໄກເກ່ຍເຖິງປະທານາທິບໍດີ ອາເມລິກາ Donald Trump ໃນສະພາບການທີ່ບັນດາການເຈລະຈານິດເຄຼຍລະຫວ່າງພຽງຢາງ ແລະ ວໍຊິງຕັນພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ. ສານກໍຄ້າຍຄືຈົດໝາຍທີ່ສົ່ງເຖິງຜູ້ນຳທຳນຽບຂາວແຕ່ວັນທີ 28 ທັນວາ ຜ່ານຊອ່ງທາງທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນ.