ວັນທີ 13/2/2013 ກາຍເປັນຂີດໝາຍສຳຄັນໃນປະຫວັດສາດແຫ່ງການກະຈາຍສຽງໂລກ ຂະນະທີ່ອົງການສຶກສາວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ເລືອກເອົາວັນນີ້ແມ່ນວັນກະຈາຍສຽງໂລກ ເພື່ອແນໃສ່ເຊີດຊູການປະກອບສ່ວນຂອງຂະແໜງກະຈາຍສຽງໃນຊີວິດສັງຄົມຂອງມວນມະນຸດ. ດ້ວຍເລື່ອງຖືເອົາວັນທີ 13/2 ແມ່ນວັນກະຈາຍສຽງໂລກນັ້ນ, UNESCO ເຊື່ອໝັ້ນວ່າບັນດາວິທະຍຸກະຈາຍສຽງຍັງຈະພັດທະນາກ້າວໄກກ່ວາອີກ, ນຳໃຊ້ບັນດາເຕັກໂນໂລຊີໃໝ່ ແລະ ຍາມໃດກໍ່ແມ່ນພາຫະນະສື່ສານໄດ້ຮັບການນຳໃຊ້ຫຼາຍກ່ວາໝູ່ຢູໃນໂລກ
ສຳນັກງານວິທະຍຸກະຈາຍສຽງຫວຽດນາມ
(ພາບ: m.vovgiaothong.vn)
ການກະຈາຍສຽງຖືກຖືວ່າແມ່ນພາຫະນະສື່ສານມີຄ່າໃຊ້ຈາຍຕ່ຳ, ມີຄວາມສາມາດສຳພັດກັບວົງຄະນະຍາດຊຸມຊົນຢູ່ບັນດາເຂດຫ່າງໄກສອກຫລີກ ກໍ່ຄືຜູ້ອາພັບໄດ້ຄື: ຄົນຕາບອດ, ພິການ, ແມ່ຍິງ, ຊາວໜຸ່ມທຸກຍາກ ແລະ ສາມາດສ້າງເປັນເວທີປາໄສໃຫ້ແກ່ມະຫາຊົນ, ບໍ່ຈຳແນກລະດັບຄວາມຮູ້ ແລະ ການກະຈາຍສຽງມີບົດບາດອັນໃຫ່ຍຫຼວງໃນບັນດາກໍລະນີແຈ້ງຂ່າວດ່ວນ, ປ້ອງກັນ, ສະກັນກັ້ນໄພທຳມະຊາດ. ສະນັ້ນ, UNESCO ໄດ້ສົ່ງເສີມທຸກໆປະເທດຈົ່ງພ້ອມກັນຈັດພິທີສະເຫຼີມສະຫຼອງວັນກະຈາຍສຽງໂລກ (13/2) ໂດຍຜ່ານການສົມທົບກັນເຄື່ອນໄຫວກັບບັນດາອົງການສຳນັກງານ, ອົງການສັງຄົມທີ່ແຕກຕ່າງກັນຄື: ບັນດາອົງການກະຈາຍສຽງແຫ່ງຊາດ, ພາກພື້ນ, ສາກົນ, ບັນດາກຸ່ມບໍລິສັດສື່ສານ ແລະ ບັນດາວິທະຍຸກະຈາຍສຽງ. ທ່ານນາງ Mirta Lourenco ຫົວໜ້າພະແນກໂຄສະນາ ແລະ ສັງຄົມ ສັງກັດກົມຖະແຫຼງ ຂ່າວ ແລະ ສື່ສານຂອງ UNESCO ເນັ້ນໜັກວ່າ:
“ຄວາມສຳຄັນຂອງວັນກະຈາຍສຽງໂລກແມ່ນເພື່ອຈາລຶກບັນດາຄຸນຄ່າຂອງວິທະຍຸກະຈາຍສຽງສຳລັບມວນມະນຸດໃນ 1 ສັດຕະວັດຜ່ານມາ. ການກະຈາຍສຽງໄດ້ປະກອບສ່ວນໃນຫຼາຍເຫດການສຳຄັນໃນປະຫວັດສາດຂອງຫຼາຍປະເທດ, ປະກອບສ່ວນເຂົ້າໃນການພັດທະນາສັງຄົມ. ວັນກະຈາຍສຽງໂລກແມ່ນໂອກາດທີ່ມີຄວາມໝາຍເພື່ອໃຫ້ບັນດາພາຫະນະສື່ສານໃນທົ່ວໂລກເຕື້ອງເຖິງຄວາມສຳຄັນ, ຄຸນປະໂຫຍດຂອງການກະຈາຍສຽງ.“
(ພາບປະກອບ: tuyengiao.vn)
ສານຂອງວັນກະຈາຍສຽງໂລກປີນີ້ແມ່ນ: ການກະຈາຍສຽງ-ເສັ້ນທາງກ້າວສູ່ພູມປັນຍາ. ເມື່ອເວົ້າເຖິງວັນນີ້, ທ່ານນາງ Irina Bokova ຜູ້ອຳນວຍການໃຫ່ຍ UNESCO ຊີ້ແຈງວ່າ: “ການກະຈາຍສຽງໄດ້ປ່ຽນແປງອະດີດຕະການຂອງພວກເຮົາ. ມັນໄດ້ຮັກສາກຳລັງທີ່ເຕັມໄປດ້ວຍພະລັງແຮງເພື່ອສ້າງອະນາຄົດໃຫ້ມີຄວາມສະຫງົບສຸກກ່ວາ, ໝັ້ນຄົງກ່ວາ ແລະ ມີລັກສະນະຮອບດ້ານກ່ວາໃຫ້ແກ່ພວກເຮົາທຸກໆຄົນ. ນັ້ນແມ່ນສານຂອງ UNESCO ກ່ຽວກັບວັນກະຈາຍສຽງໂລກ“. ສ່ວນທ່ານນາງ Katherine Muller-Marlin ຫົວໜ້າຜູ້ຕາງໜ້າ UNESCO ປະຈຳຫວຽດນາມ ຢືນຢັນວ່າ: “ວິທະຍຸກະຈາຍສຽງແມ່ນພາຫະນະສື່ສານດີທີ່ສຸດເພື່ອນຳມາເຊິ່ງການສຶກສາ ແລະ ຂໍ້ມູນຂ່າວສານ ໃຫ້ແກ່ທຸກຄົນ ແລະ ເໝາະ ສົມກັບສັງຄົມແຫ່ງການສຶກສາຮ່ຳຮຽນ“