(vovworld) - ວັນທີ 04/03, ສານອຸທອນໄທ ໄດ້ອອກຄຳຕັດສິນຮັກສາຄຳສັ່ງຈັບຕົວຜູ້ນຳຈັດການແຫ່ຂະບວນປະທ້ວງສຸເທບ ດ້ວຍການກະທຳຜິດ ປະຕິການ ແລະ ກໍ່ຄວາມວຸ້ນວາຍ. ນີ້ແມ່ນຄັ້ງທີ 2, ທະນາຍຄວາມຂອງທ່ານ ທຸເທບ ຍື່ນສະເໜີຕໍ່ສານອຸທອນຍົກເລີກຄຳສັ່ງຈັບຕົວ; ແຕ່ສານອຸທອນໄທ ໄດ້ຢືນຢັນຮັກສາເນື້ອໃນຕັດສິນດັ່ງກ່າວ.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຊົ່ວຄາວໄທ ສຸຣາພົງ, ໃນນາມແມ່ນທີ່ປຶກສາສູນປ້ອງກັນຄວາມສະຫງົບ ຖະແຫຼງວ່າ ລັດຖະບານຈະພິຈາລະນາ ແກ່ຍາວການປະກາດໃຊ້ຄຳສັ່ງສະພາວະສຸກເສີນ ໂດຍຜູ້ນຳຈັດການແຫ່ຂະບວນປະທ້ວງ ຍັງດຳເນີນບັນດາການເຄື່ອນໄຫວປິດລ້ອມສຳນັກງານ ແລະ ບັນດາວິສາຫະກິດພາກເອກະຊົນ, ພ້ອມທັງຍັງກໍ່ໃຫ້ເກີດບັນດາການໃຊ້ຄວາມຮຸນແຮງແນໃສ່ສຳນັກງານຂອງລັດ. ທ່ານຮອງນາຍົກລັດຖະມົນຕີ ສຸຣາພົງ ກໍ່ຮຽກຮ້ອງຜູ້ບັນຊາການທະຫານບົກໄທ ສະເໜີນຳຕົວທ່ານ ສຸເທບ ຂຶ້ນສານດຳເນີນຄະດີອາຍາ ຍ້ອນມີການກະທຳຜິດຄືດັ່ງກ່າວ; ພ້ອມທັງສະເໜີໃຫ້ບັນດາອົງການຈັດຕັ້ງດຳເນີນທຸລະກິດ ໄທ ກໍ່ຄວາມກົດດັ່ນໃຫ້ທ່ານສຸເທບ ຢຸດຕິການແຫ່ຂະບວນປະທ້ວງ ຍ້ອນການແຫ່ຂະບວນປະທ້ວງໄດ້ກໍ່ຄວາມເສຍຫາຍຕໍ່ວິສາຫະກິດພາກເອກະຊົນຂຶ້ນເຖິງ 80 ຕື້ບາດ.