(vovworld) - ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ຄັ້ງທີ 11 ທີ່ພວມດຳເນີນຢູ່ New Dehil, ປະເທດອີນເດຍ, ໃນລະຫວ່າງວັນທີ 11 – 12/11, ຫົວໜ້າຄະນະຜູ້ແທນບັນດາປະເທດສະມາຊິກ ໄດ້ສະແດງຄວາມເຫັນໃຈຢ່າງເລິກເຊິ່ງ, ຄວາມສາມັກຄີທີ່ແຂງແຮງສຳລັບປະຊາຊົນຟີລິບປີນ ແລະ ຫວຽດນາມ ທີ່ພ້ວມຖືກຜົນເສຍຫາຍ, ຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນຍ້ອນພະຍຸ Haiyan ກໍ່ຂຶ້ນ. ດ້ວຍຈິດໃຈສາມັກຄີອາຊຽນ, ບັນດາຫົວໜ້າປະເທດສະມາຊິກຕ່າງໆໃນອາຊຽນ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກ ASEM ຕ້ອງສະແດງຄວາມສາມັກຄີ ດ້ວຍວຽກງານອັນລະອຽດ ແນໃສ່ໜູນຊ່ວຍລັດຖະບານ ແລະ ປະຊາຊົນ 2 ປະເທດດັ່ງກ່າວ ຜ່ານຜ່າຄວາມຫຍຸ້ງຍາກ. ທີ່ກອງປະຊຸມ, ບັນດາປະເທດສະມາຊິກ ASEM ໄດ້ປະກາດບັນດາບ້ວງເງິນອຸປະທຳສຳລັບຟີລິບປີນ ແລະ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມຫງອກ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈອັນເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຄວາມເອົາໃຈໃສ່ ແລະ ແບ່ງປັນຂອງບັນດາສະມາຊິກ ASEM, ພ້ອມທັງແຈ້ງໃຫ້ຊາບຂໍ້ຕົກລົງຂອງຫວຽດນາມ ທີ່ໜູນຊ່ວຍເງິນຈຳນວນ 100.000 USD ໃຫ້ແກ່ປະຊາຊົນຟີລິບປີນ.
ກ່ຽວຂ້ອງເຖິງ ພະຍຸ Haiyan, ສະຖານທູດ ຫວຽດນາມ ປະຈຳຟີລິບປີນ ໃຫ້ຮູ້ວ່າ, ປະຈຸບັນມີຊາວຫວຽດນາມ ພວມດຳລົງຊີວິດ ຢູ່ເຂດ Tacloban, ແຂວງ Leyte, ປະເທດຟີລິບປີນ, ສະຖານທີ່ຖືກທຳລາຍຢ່າງໜັກໜ່ວງທີ່ສຸດຍ້ອນພະຍຸ Haiyan ກໍ່ຂຶ້ນ. ຜ່ານໂທລະສັບສາຍດ່ວນ, ສະຖານທູດໄດ້ຕິດຕໍ່ກັບພົນລະເມືອງຫວຽດນາມ ພວມຢູ່ Tacloban ແລ້ວ ແລະ ສະເໜີຊາວຫວຽດນາມ ຈຶ່ງມາເຕົ້າໂຮມຢູ່ໃຈກາງນະຄອນເພື່ອແນໃສ່ເປັນເງື່ອນໄຂສະດວກໃຫ້ການຊ່ວຍບັນເທົາທຸກ. ປະຈຸບັນສະຖານທູດໄດ້ກຽມພ້ອມເຄື່ອງຂອງທີ່ຈຳເປັນເພື່ອສົ່ງເຖິງເຂດ Tacloban ໃນໄລຍະໄວ້ທີ່ສຸດ.