ພາບປະກອບ
|
(vovworld) - ການຄາດຄະເນພັດທະນາເສດຖະກິດ ໂດຍບໍລິສັດກວດສອບ Pricewaterhouse Coopers (PwC) ປະກາດໃນໄລຍະ 2030 – 2050 ຕີລາຄາວ່າ ຫວຽດນາມ ຈະນອນໃນຈຳນວນ 22 ພື້ນຖານເສດຖະກິດມີຍອດຜະລິດຕະພັນພາຍໃນ (GDP) ຫຼາຍທີ່ສຸດ ໄລ່ຕາມຄວາມດຸ່ນດ່ຽງຂອງກຳລັງຊື້. PwC ຖືວ່າ: ດ້ວຍທ່າເຕີບໂຕຄືປະຈຸບັນ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນຈຳນວນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດແຕ່ນີ້ຮອດປີ 2050. ຫວຽດນາມ ຈະຢືນອັນດັບທີ 28 ໃນປີ 2030 ແລະ ເມື່ອຮອດປີ 2050 ຈະຢືນອັນດັບທີ 22, ຖັດຈາກ ໄທ (ອັນດັບທີ 21) ແລະ ຟີລິບປິນ (ອັນດັບທີ 20).