ສຳນັກຂ່າວສານຫວຽດ ນາມ ປະຕິເສດແຫຼ່ງຂ່າວ ຂອງ ສື່ມວນຊົນ ຈີນ

ສຳນັກຂ່າວສານຫວຽດ ນາມ ປະຕິເສດແຫຼ່ງຂ່າວ ຂອງ ສື່ມວນຊົນ ຈີນ - ảnh 1
ພາບປະກອບ

(vovworld) - ຕໍ່ໜ້າ​ແຫຼ່ງຂ່າວ​ຈາກ​ພາຫະນະ​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ​ຂອງ ຈີນ ​​ໂດຍ​ເວົ້າ​ວ່າ: ກຳປັ່ນລາດຕະ​ເວ​ນບົນ​ທະ​ເລ 4 ລຳຂອງ​ຈີນ ​ດຳ​ເນ​ີນການ​​ເຄື່ອນ​ໄຫວ​ລາດຕະ​ເວັນຢູ່​ເຂດ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ມີ​ການ​ກະທຳສະກັດ ​ແລະ ຂັບ​ໄລ່ກຳ​ປັ່ນລັດຖະການຂອງ ຫວຽດນາມ, ​ວັນ​ທີ 4/7, ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ: “ພວກ​ຂ້າພະ​ເຈົ້າ​​ປະຕິ​ເສດ​ແຫຼ່ງຂ່າວ​ທີ່​ວ່າ: ກຳ​ປັ່ນ​ລາດ​ຕາ​ເວັນ​ບົນ​ທະ​ເລ​ຂອງ​ຈີນ ສະກັດ ​ແລະ ຂັບ​​ໄລ່ກຳ​ປັ່ນລັດຖະ​ການ​​ຂອງ​ຫວຽດນາມ ຢູ່​ເຂດ​ໝູ່​ເກາະ ​ເຈື່ອງ​ຊາ. ​ເມື່ອ​ພົບ​ເຫັນ​ບັນດາ​ກຳ​ປັ່ນ​ລາດ​ຕາ​ເວັນ​ບົນ​ທະ​ເລ​ຂອງ​ຈີນ ລະ​ເມີດ​ອະທິປະ​​ໄຕ​ຂອງ​ຫວຽດນາມ, ບັນດາ​ກຳລັງ​ທີ່ກ່ຽວຂ້ອງ​ຂອງ​ຫວຽດນາມ ​ໄດ​້ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ຫວຽດນາມ, ຮຽກຮ້ອງ​ໃຫ້​ກຳ​ປັ່ນ​ຂອງ ຈີນ ອອກ​ຈາກ​ເຂດ​ໝູ່​ເກາະ ​ເຈື່ອງ​ຊາ. ຫວຽດນາມ ມີ​ພື້ນຖານ​ດ້ານ​ກົດໝາຍ​ ​ແລະ ພະຍານ​ຫຼັກ​ຖານ​ດ້ານ​ປະຫວັດສາດຢ່າງ​ຄົບ​ຖ້ວນ ​ເພື່ອ​ຢືນຢັນ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ເລື່ອງ​ກຳ​ປັ່ນ ລາດ​ຕາ​ເວັນ​ບົນ​ທະ​ເລ​ຂອງ ຈີນ ມີ​ການ​ກະທຳ​ທີ່​ເອີ້ນ​ວ່າ “ການ​ເຄື່ອນ​ໄຫວ​ລາດ​ຕາ​ເວັນ” ຢູ່​ໝູ່​ເກາະ ​ເຈື່ອງ​ຊາ ​ແມ່ນ​ການ​ກະທຳ​ລະ​ເມີດ ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ, ບໍ່​ສອດ​ຄ່ອງ​ກັບ​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC), ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ມີ​ຄວາມ​ສັບສົນ​ຍິ່ງ​ຂຶ້ນບໍ່​ມີ​ຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ພວກ​ຂ້າພະ​ເຈົ້າ​​ເດັດ​ດ່ຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​​ໃຫ້​ຈີນ ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຜິດພາດ​ດັ່ງກ່າວ​ໃນ​ທັນທີ, ປະຕິບັດ DOC, ບໍ່ມີ​ການ​​ເຄື່ອນ​ໄຫວ​​ໃດໆ​ທີ່ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບ​ສົນ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ