ສຳນັກຂ່າວສານຫວຽດນາມ ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ

ສຳນັກຂ່າວສານຫວຽດນາມ ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ - ảnh 1
( ພາບປະກອບ )

(vovworld) -     ວັນ​ທີ 8/8, ກອງ​ທຶນ “​ບັນ​ເທົ່າ​ຄວາ​ມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ” ຂອງ ສຳນັກ​ຂ່າວສານ​ຫວຽດນາມ ​ແລະ ສະພາກາ​ແດງ​ແຂວງ​ຫາຍ​ເຢືອງ ​ໄດ້​ລົງ​ຢ້ຽມຢາມ, ລະດົມກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເມືອງ ບິ່ງ​ຢາງ ​ແລະ ​ແທງ​ມ້ຽນ, ​ແຂວງຫາຍ​ເຢືອງ. ກອງ​ທຶນ​ໄດ້​ມອບ​ຂອງ​ຂວັນ 10 ພຸດ, ​ແຕ່​ລະ​ພຸດ​ມີ​ມູນ​ຄ່າ 1 ລ້ານ​ດົງ ​ແລະ  ລົດ​ເຂັນ​ໃຫ້​ແກ່​ອະດີດ​ນັກຮົບ 13 ຄົນ, ຍາດຕິ​ພີ່ນ້ອງ​ອະ​ດີດນັກຮົບ​​ ​ເຊິ່ງແມ່ນ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ. ນອກຈາກ​ການ​ມອບ​ຂອງຂວັນ​ຢູ່​ແຂ​ວງຫາຍ​ເຢືອງ ​ແລ້ວ, ກອງ​ທຶນ​ຍັງ​ມອບ​ຂອງຂວັນ​ດ້ວຍ​ຍອດມູນ​ຄ່າກວ່າ 100 ຕື້​ດົງ ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ 120 ຄົນ​ຢູ່​ 18 ​ແຂວງ, ນະຄອນ​ອື່ນໆ​ອີກ ​ແລະ ມອບ​ຈຳນວນ​ເງິນ 5 ລ້ານດົງ​ໃຫ້​ກອງ​ທຶນ “​ເຊີນ​​ເລີມ ​ແລະ ບັນດາ​ເພື່ອນມິດ” ​​ເພື່ອ​ສະຫງວນໃຫ້​ແກ່​ຄົນ​ພິການ.

ຂ່າວ/ບົດ​ອື່ນ