ປະທານາທິບໍດີ ເມຊີໂກ Enrique Peña Nieto
ພາບ: news.go.vn
|
(vovworld)- ທີ່ການຕ້ອນຮັບທ່ານ ເລລີງລານ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມຊີໂກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານແຫ່ງລັດ ເມຊີໂກ Notimex, ທ່ານ Alejandro Ramos ຢືນຢັນວ່າ: ສຳນັກຂ່າວສານເມຊີໂກພ້ອມແລ້ວຫນູນຊ່ວຍໂຄສະນາພາບພົດຫວຽດນາມຢູ່ອາເມລິກາລາຕີນ. ຕາມທ່ານ Ramos ແລ້ວ ,ໃນຕໍ່ຫນ້າ Notimex ແລະ ສຳນັກຂ່າວສານຫວຽດນາມ ຈະສົມທົບກັນຜະລິດບັນດາລາຍການກ່ຽວກັບວັດທະນະທຳອາຫານການກິນ, ທ່ອງທ່ຽວ ແລະ ເສດຖະກິດ ເພື່ອນຳມາໃຫ້ຜູ້ຊົມ ເມຊີໂກ ເວົ້າສະເພາະ ແລະ ອາເມລິກາລາຕີນ ເວົ້າລວມ ກ່ຽວກັບປະເທດຫວຽດນາມພວມໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ຜູ້ອຳນວຍການໃຫຍ່ສຳນັກຂ່າວສານແຫ່ງລັດ ເມຊີໂກ Notimex, ທ່ານ Alejandro Ramos ເຫັນດີ ແລະ ສະຫນັບສະຫນູນ ທ່ານເອກອັກຄະລັດຖະທູດ ເລລີງລານ ໃນການກະກຽມ ແລະ ຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດສອງຝ່າຍ, ໃນນັ້ນ ມີສັບປະດາວັດທະນະທຳ ຫວຽດນາມ ຢູ່ ສຳນັກງານສະພາສູງ ແລະ ສະພາຕ່ຳ ເມຊີໂກ ກໍຄືການໂຄສະນາກ່ຽວກັບບັນດາວັນບຸນໃຫຍ່ຂອງຫວຽດນາມ ແລະ ເມຊີໂກໃນປີ 2015.