(vovworld) – ເຈົ້າໜ້າທີ່ຂອງ 24 ປະເທດທີ່ເຂົ້າຮ່ວມສຳພັນທະມິດສາກົນຕ້ານອົງການລັດອິດສລາມ IS ອ້າງຊື່ເອງ ໂດຍອາເມລິກາ ບໍລິຫານຈະຈັດກອງປະຊຸມໃນວັນທີ 03 – 04/11 ຢູ່ນະຄອນຫຼວງ ບຣຸດແຊນ, ປະເທດແບນຊິກ, ເພື່ອແນໃສ່ຕີລາຄາກ່ຽວກັບຍຸດທະສາດເດີນຕາມແຜນການຕ້ານ IS, ໃນຂະນະນັ້ນບັນດາການນຳດ້ານການທະຫານຈະຈັດກອງປະຊຸມໃນທ້າຍອາທິດນີ້ຢູ່ແອດສປາຍ ກ່ຽວກັບຫົວຂໍ້ຕ້ານສົງຄາມສັກສິດກອງປະຊຸມນີ້ໂດຍແບນຊິກ ແລະ ອາເມລິກາ ພ້ອມກັນບໍລິຫານ. ນີ້ແມ່ນກອງປະຊຸມຄັ້ງທີ 3 ກ່ຽວກັບບັນຫາຕ້ານ IS ໃນປີ 2015 ນີ້.