ສ່ວນຫນຶ່ງຂອງເກາະເຈື່ອງຊາ
|
(vovworld)- ວັນທີ 4/10, ທ່ານ ດັ້ງງອກຕູງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ພ້ອມດ້ວຍຫົວຫນ່ວຍໃຫ້ຄຳປຶກສາ ໄດ້ໄປສຳຫລວດກວດກາສະຖານທີ່ກໍ່ສ້າງສວນສາທາລະນະ ກາກມາ ແລະ ຢ້ຽມຢາມພະນັກງານ, ນັກຮົບທະຫານເຮືອເຂດ 4. ສວນສາທາລະນະກາກມາ ຈະໄດ້ຮັບການກໍ່ສ້າງຢູ່ເຂດທ່ອງທ່ຽວທາງທິດເຫນືອແຫລມ ກາມແຣງ ຂຶ້ນກັບເມືອງ ກາມເລີນ ແຂວງ ແຄງຮ່ວາ. ທ່ານ ດັ້ງງອກຕູງ, ປະທານສະຫະພັນໃຫຍ່ ແຮງງານຫວຽດນາມ ໃຫ້ຮູ້ວ່າ:
“ການໄປສຳຫລວດກວດກາຄັ້ງນີ້ເພື່ອໃຫ້ບັນດານັກສະຖາປະນິກມີບັນດາເອກະສານຕື່ມອີກ, ເຫັນໄດ້ຄວາມຫຍຸ້ງຍາກລຳບາກ, ການເສຍສະຫລະຢ່າງພິລະອາດຫານຂອງບັນດານັກຮົບພວກເຮົາ. ປາດຖະຫນາວ່າຢາກກໍ່ສ້າງແຫ່ງນີ້ກາຍເປັນສວນສາທາລະນະເພື່ອອາໄລຫາບັນດານັກຮົບທີ່ໄດ້ເສຍສະຫລະຊີວິດເພື່ອພາລະກິດປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດ.”