ສຳເລັດວຽກງານກະກຽມ ໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ
ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງປີ 2011
(ພາບ: internet)
Vovworld- ແຂວງ ຟູເທາະ ໄດ້ສຳເລັດວຽກງານກະກຽມໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງປີມະໂລງ 2012 ຊຶ່ງຈະຖືກໄຂຂຶ້ນໃນວັນທີ 31/3 ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນຫວຽດນາມ. ທ່ານ ຮ່າເກ້ຊານ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຟູເທາະ ໃຫ້ຮູ້ວ່າດ້ວຍການຖືເອົາວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນຫວຽດນາມ ແມ່ນວັນໄຫ້ວບູຊາຂອງຊາດຫວຽດນາມນັ້ນ, ບັນດາການເຄື່ອນໄຫວທີ່ຖືກຈັດຂຶ້ນໃນງານບຸນວິຫານຮຸ່ງຈະແນໃສ່ສຶກສາອົບຮົມມູນເຊື້ອຮັກຊາດ, ສະແດງຄວາມຮູ້ບູນຄຸນຢ່າງເລິກເຊິ່ງຕໍ່ບັນດາເຈົ້າຊີວິດຮຸ່ງ ແລະ ບັນດາວິລະບຸລຸດລຸ່ນກ່ອນໆທີ່ໄດ້ມີຄຸນງາມ ຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສຶກສາອົບຮົມ ສິນລະທຳທີ່ວ່າ“ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳຍຸກສະໄໝລາດຊະວົງຮຸ່ງ... ບັນດາການເຄື່ອນໄຫວໃນຂັ້ນຕອນຈັດບຸນປີນີ້ ຕິດພັນກັບໂຄງການ“ ທ່ອງທ່ຽວອວາຍເມືອຫາກົກເຄົ້າເຫງົ້າກໍ ” ປີ 2012 ຂອງ 3 ແຂວງ: ຟູອຽນ, ອຽນບ້າຍ ແລະ ລ່າວກາຍ, ເຊີດຊູຊື່ສຽງຮຽງນາມມໍລະດົກ“ ຂັບຊວານຟູເທາະ”