ສ.ເກົາຫຼີ ສະເຫຼີມສະຫຼອງ 20 ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດກັບຫວຽດນາມ

ສ.ເກົາຫຼີ ສະເຫຼີມສະຫຼອງ 20 ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດກັບຫວຽດນາມ - ảnh 1
ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສ.ເກົາຫຼີປະຈຳຫວຽດນາມ
(ພາບ: cand.com.vn)


(vovworld) -     ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາສ.​ເກົາຫຼີ (3/10) ​ແລະ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ຫວຽດນາມ (22/12/1992 – 22/12/2012) ​ເຊິ່ງດຳ​ເນີນ​ໄປ​​ໃນ​ຕອນ​ຄໍ່າ​ວັນ​ທີ 2/10 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໃຫ້​ຮູ້​ວ່າ ຫວຽດນາມ ​ແລະ ສ.​ເກົາຫຼີ ພວມ​ປະຕິບັດ​ບັນດາ​ໂຄງການ ​ແລະ ການ​ເຄື່ອນ​ໄຫວ​ທ່ີ​ມີ​ຄວາມ​ໝາຍ​ໃນ​ປີ 2012 “ປີ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ” ຄື​ການ​ຢ້ຽມຢາມ​ທາງ​ການ​​ຂັ້ນ​ສູງ, ການສະ​ແດງ​ສິລະ​ປະ, ​ເວທີ​ປາ​ໄສ​ວິທະຍາສາດ… ບັນດາ​ເຫດການ​ອື່ນໆ​ກໍ່​ພວມ​ໄດ້​ຮັບ​ການ​ກະກຽມ​ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ 2012. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສ.​ເກົາຫຼີ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເ​​ຊິ່ງກວ້າງຂວາງ, ​ເພື່ອ​ຄວາມ​ຈະ​ເລີ​ນຮຸງ​ເຮືອງ​ຂອງ​ສອງ​ປະ​ເທດ, ປະກອບສ່ວນ​​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ທົ່ວ​ໂລກ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົງ​ສູນ​ໃຫຍ່​ສ.​ເກົາຫຼີ ປະຈຳ​ນະຄອນ​​ໂຮ່ຈິ​ມິນ ກໍ​​ໄດ້ຈັດພິທີ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ