ສ.ເກົາຫຼີ ຮັດແໜ້ນຄວາມປອດໄພ ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼີຍ
( ພາບ: cand.com.vn )
|
( vovworld ) - ວັນທີ 13/3, ສ.ເກົາຫຼີ ໄດ້ປະກາດບັນດາມາດຕະການຮັກສາຄວາມປອດໄພເຊິ່ງຈະຖືກຈັດວາງເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼີຍທີ່ຈະຈັດຂື້ນຢູ່ Seul ໃນລະຫວ່າງວັນທີ 26 – 27/3 ໃຫ້ສຳເລັດຜົນ. ທ່ານ Cho Hyun Oh, ຜູ້ຕາງໜ້າຂັ້ນສູງຕຳຫຼວດແຫ່ງຊາດຊີ້ແຈງບັນດາວຽກງານຮັບປະກັນຄວາມປອດໄພຄື; ມາດຕະການຕ້ານການແຫ່ຂະບວນປະທ້ວງຜິດກົດໝາຍ, ຈັດສັນການຄົມມະນາຄົມ… ເພື່ອແນໃສ່ຮັບໃຊ້ໃຫ້ແກ່ເຫດການທີ່ມີລັກສະນະທົ່ວໂລກນີ້. ສ.ເກົາຫຼີ ຈະລະດົມກຳລັງຕຳຫຼວດປະມານ 36.000 ຄົນ ເພື່ອຮັບປະກັນຄວາມປອດໄພຢ່າງແນ່ນອນໃຫ້ແກ່ການນຳຂອງບັນດາປະເທດເຂົ້າຮ່ວມເວທີປາໄສນີ້. ຄຽງຂ້າງນັ້ນ, ມີທະຫານ ແລະ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບປະມານ 5.000 ຄົນ ກໍໄດ້ຮັບການຜັນຂະຫຍາຍເພື່ອຮັບມືກັບເຫດການກໍ່ການຮ້າຍທີ່ອາດຈະເກີດຂຶ້ນ, ເຊິ່ງລວມທັງການໂຈມຕີທາງເຄື່ອຂ່າຍອິນເຕີແນດ.