ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍານົດເວລາ, ສະຖານທີ່ຈັດຕັ້ງການພົບປະສຸດຍອດຄັ້ງຕໍ່ໄປ

(VOVWORLD) -ຕາມສໍານັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ ໃນວັນທີ 13 ສິງຫາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຕັດສິນໃຈຈັດຕັ້ງການພົບປະສຸດຍອດຄັ້ງທີ 3 ລະຫວ່່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in  ແລະການນໍາ ສປປ.ເກົາຫຼີ Kim Jong – un ຢູ່ພຽງຢາງ ໃນເດືອນກັນຍາຈະມາເຖິງ. 

ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍານົດເວລາ, ສະຖານທີ່ຈັດຕັ້ງການພົບປະສຸດຍອດຄັ້ງຕໍ່ໄປ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in  ແລະການນໍາ ສປປ.ເກົາຫຼີ Kim Jong – un 

(ພາບ:The Hill )

ບັນຫາດັ່ງກ່າວ ໄດ້ຮັບຄວາມເຫັນດີເປັນເອກະພາບຈາກ 2 ຝ່າຍໃນການເຈລະຈາຂັ້ນສູງ ເຊິ່ງໄດ້ດໍາເນີນໃນຕອນເຊົົ້າຂອງວັນດຽວກັນ ຢູ່ບ້ານຢຸດຮົບ ປານມູນຈອມ. ຖ້າຫາກວ່າ ທ່ານປະທານາທິບໍດີ Moon Jae – in   ເດີນທາງໄປເຖິງ ນະຄອນພຽງຢາງ, ນີ້ຈະເປັນການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງທໍາອິດຂອງການນໍາ ສ.ເກົາຫຼີ ໃນກວ່າໜຶ່ງທົດສະວັດຜ່ານມາ.

     ກ່ອນໜ້ານັ້ນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເລີ່ມດໍາເນີນການເຈລະຈາຂັ້ນສູງ ເພື່ອແນໃສ່່ປຶກສາຫາລື ວຽກງານການຈັດຕ້ັງການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະມາເຖິງ. ການເຈລະຈາດັ່ງກ່າວ ເລີ່ມດໍາເນີນໃນເວລາ 10 ໂມງຂອງວັນທີ 13 ສິງຫາ (ຕາມເວລາທ້ອງຖິ່ນ) ຢູ່ Tongilgak, ເຊິ່ງເປັນອາຄານຫຼັງໜຶ່ງຂອງ ສປປ.ເກົາຫຼີຢູ່ບ້ານຢຸດຮົບ ປານມູນຈອມ.

ຕອບກັບ

ຂ່າວ/ບົດ​ອື່ນ