ສ.ເກົາຫຼີ ໃຫ້ຂ້ໍສັງເກດວ່າ ສປປ.ເກົາຫຼີ ສາມາດ ຜະລິດລະເບີດນິວເຄຼຍ ຈາກ ອູຣານີ

ສ.ເກົາຫຼີ ໃຫ້ຂ້ໍສັງເກດວ່າ ສປປ.ເກົາຫຼີ  ສາມາດ ຜະລິດລະເບີດນິວເຄຼຍ ຈາກ ອູຣານີ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ Kim Kwan Jin
(ພາບ: xinhuanews)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ວາລະ​ຊັກ​ຖາມ​ຂອງ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ​ໃນ​ວັນ​ທີ 20/11, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ Kim Kwan Jin ​ໃຫ້​ຮູ້​ວ່າ ​ເຊີ​ອູນ ຕີ​ລາຄາ​ໂຄງການ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ ​ບັນລຸ​ລະດັບ​ສາມາດ​ຜະລິດ​ອາວຸດ​ນິວ​ເຄຼຍ ຈາກ​ອຸຣານີ​​ໄດ້. ​ເມື່ອ​ເຕື້ອງ​ເຖິງກຸ່ມ​ເຕົາ​ປະຕິ​ກອນນິວ​ເຄຼຍ 5 MW ທີ່​ເລີ່​ມ​ເຄື່ອນ​ໄຫວ​ຄືນ​ໃໝ່ຢູ່ Yongbyon ຂອງ​ສປປ.​ເກົາຫຼີ, ທ່ານ Kim Kwan Jin ຖື​ວ່າ ພຽງ​ຢາງ ພວມ​ດຳ​ເນີນ​ບັນດ​າການ​ເຄື່ອນ​ໄຫວ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ທົດ​ລອງ​ນິວ​ເຄຼຍ.

        ກ່ອນ​ໜ້າ​ນັ້ນ, ສຳນັກ​ຂ່າວສານ Yonhap ​ໄດ້​ຄັດ​ຄຳ​ໃຫ້​ຂໍ້​ສັງ​ເກດ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ Baek Seung – joo ​​ວ່າ ສປປ.​ເກົາຫຼີ ພວມ​ກະກຽ​ມດຳ​ເນີນການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 4 ​ໃນ​ບໍ່​ວ່າ​ເວລາ​ໃດ. ຕາມ​ທ່ານ Baek Seung – joo ​ແລ້ວ, ທາງ​ອຸມົງ​ໃຕ້​ດິນ​ທິດ​ໃຕ້​ຂອງ​ເຂດ​ທົດ​ລອງນິວ​ເຄຼຍ Punggye – ri ອາດ​ຈະ​​ແມ່ນ​ສະ​ຖານ​ທີ່​ດຳ​ເນີນ​ການທົດ​ລອງ​ນິວ​ເຄຼຍນີ້.
ຂ່າວ/ບົດ​ອື່ນ