ສ.ເກົາຫຼີຈັດກອງປະຊຸມດ່ວນກ່ຽວກັບສະພາບການໃນແຫຼມເກົາຫຼີ

ສ.ເກົາຫຼີຈັດກອງປະຊຸມດ່ວນກ່ຽວກັບສະພາບການໃນແຫຼມເກົາຫຼີ - ảnh 1
ສ​ປ​ປ ເກົາຫຼີ ຍິ​ງ​ທົດ​ລອງ ລູກ​ສອນ​ໄຟ
(ພາບປະ​ກອບ)

(vovworld) – ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ສ. ເກົາຫຼີ ໃນ​ວັນ​ທີ 9/5 ໄດ້​ຈັດ​ກອງ​ປະ​ຊຸມ​ດ່ວນ​ໃນ​ສະ​ພາບ​ການ​ໃນ​ແຫຼມ ເກົາຫຼີ ມີ​ຄວາ​ມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ພາຍຫຼັງ ພຽງ​ຢາງ ກ່າວ​ເຕືອນ​ຍິງ​ປືນ​ແນ​ໃສ່​ກຳ​ປັ່ນ​ຂອງ ສ. ເກົາຫຼີ ຍ້ອນ​​ລ່ວງ​ລ້ຳ​ເຂດ​ນ່ານ​ທະ​ເລ​ເປັນ 2 ຄັ້ງ ແລະ ​ຍິງທົດ​ລ​ອງ​ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ 3 ລູກ​ໃນ​ວັນ​ດຽວ​ກັນ. ສຳ​ນັກ​ຂ່າວ​ສານ Yonhap ຂອງ ສ. ເກົາຫຼີ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທີ 2 ຢ່າງ​ລຽນ​ຕິດ, ສ​ປ​ປ ເກົາຫຼີ ຖະ​ແຫຼງ​ຈະ​ຈະ “ບຸກ​ໂຈມ​ຕີ​ໂດຍ​ກົງ​ແຕ່ບໍ່​ຕ້ອງ​ປະ​ກາດ​ລ່ວງ​ໜ້າ” ຖ້າ​ຫາກບໍ່​ວ່າ​ກຳ​ປັັ່ນ​ລາດ​ຕ​າ​ເວັນ​ລຳ​ໃດໆ​ຂອງ ສ. ເກົາຫຼີ ລ່ວງ​​ລ້ຳ​ເຂດ​ນ່ານ​ທະ​ເລ​ທາງ​ພາກ​ເໜືອ. ໃນ​ແຈ້ງ​ການ​ຝາກ​ເຖິງ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ ຜ່ານ​ການ​ຕິດ​ຕໍ່​ພົວ​ພັນ​ການ​ທະ​ຫານ​ເມື່ອ​ວັນ​ທີ 8/5, ພຽງ​ຢາງ ໄດ້​ກ່າວ​​ຫາ​ວ່າ​ກຳ​ປັ່ນ ສ. ເກົາຫຼີ 17 ລຳ​ໄດ້​ລ່ວງ​​ລ້ຳ​ເຂດ​ນ່ານ​ທ​ະ​ເລ​ຂອງ ສ​ປ​ປ. ເກົາຫຼີ ໃນ​ອາ​ທິດ​ຜ່ານ​ມາ.


ຂ່າວ/ບົດ​ອື່ນ