ສ.ເກົາຫຼີຊັ່ງຊາເລື່ອງອະນຸຍາດໃຫ້ບັນດາວິສາຫະກິດລົງທຶນເຂົ້າສປປ.ເກົາຫຼີ
ພາບປະກອບ
(vovworld) – ກະຊວງທ້ອນໂຮມປະເທດ ສ ເກົາຫຼີ ໃຫ້ຮູ້ເມື່ອວັນທີ 14/11 ວ່າ: ຈະໜູນຊ່ວຍບັນດາວິສາຫະກິດປະເທດນີ້ໄປຍັງ ສປປ ເກົາຫຼີ ເພື່ອດຳເນີນການສຳຫຼວດ ໂຄງການກໍ່ສ້າງເສັ້ນທາງລົດໄຟທີ່ເຊື່ອມຕໍ່ທ່າກຳ່ປັນ Najin ຂອງ ສປປ ເກົາຫຼີ ກັບເທດສະບານ Khasan ຢູ່ເຂດຕາເວັນອອກໄກຂອງລັດເຊຍ. ເລື່ອງບັນດາວິສາຫະກິດ ສ ເກົາຫຼີ ລົງທຶນໂດຍທາງອ້ອມເຂົ້າ ສປປ ເກົາຫຼີ ຜ່ານປະເທດທີ 3 ຄືໂຄງການ Najin - Khasan ນີ້ແມ່ນບໍ່ຖືກນຳໃຊ້ຄຳສັ່ງຂວ້ຳບາດດ້ານເສດຖະກິດເຊິ່ງ ສ ເກົາຫຼີ ຍົກອອກມາໃນວັນທີ 24/5/2010. ຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ, ສ ເກົາຫຼີ ຈະພິຈາລະນາລັກສະນະ ກໍ່ຄືຜົນສະທ້ອນຂອງໂຄງການທີ່ມີຕໍ່ການພົວພັນ 2 ພາກ ເກົາຫຼີ ແລະ ບັນດານະໂຍບາຍຂອງພຽງຢາງ, ຈາກນັ້ນຕົກລົງຈະອອກໃບໜັງສືອະນຸຍາດລົງທຶນໂດຍທາງອ້ອມໃຫ້ບັນດາວິສາຫະກິດ ສ ເກົາຫຼີ ຫຼືບໍ່. ການກະທຳດັ່ງກ່າວໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສັນຍານຕັ້ງໜ້າໃນວິວັດການປັບປຸງການພົວພັນລະຫວ່າງ 2 ປະເທດ.