ສ.ເກົາຫຼີຖືກປັດເຂ່ຍອອກຈາກ “ບັນຊີຂາວ”ຂອງຍີ່ປຸ່ນ

(VOVWORLD) -ຂໍ້ຕົກລົງຂອງຍີ່ປຸ່ນ ວ່າດ້ວຍການປັດເຂ່ຍສ.ເກົາຫຼີ ອອກຈາກບັນຊີລາຍຊື່ບັນດາຄູ່ຮ່ວມມືດ້ານການຄ້າທີ່ໜ້າໄວ້ເນື້ອເຊື່ອໃຈໄດ້ມີຜົນສັກສິດຢ່າງເປັນທາງການ.

ວັນທີ 28 ສິງຫາ, ຂໍ້ຕົກລົງຂອງຍີ່ປຸ່ນ ວ່າດ້ວຍການປັດເຂ່ຍສ.ເກົາຫຼີ ອອກຈາກບັນຊີລາຍຊື່ບັນດາຄູ່ຮ່ວມມືດ້ານການຄ້າທີ່ໜ້າໄວ້ເນື້ອເຊື່ອໃຈໄດ້ມີຜົນສັກສິດຢ່າງເປັນທາງການ. ເຫດການດັ່ງກ່າວໄດ້ຮັບຖືວ່າຈະເຮັດໃຫ້ການໂຕ້ຖຽງກັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.

        ຂໍ້ຕົກລົງວ່າດ້ວຍການປັດເຂ່ຍສ.ເກົາຫຼີ ອອກຈາກບັນຊີດັ່ງກ່າວ ເຊິ່ງລັດຖະບານຍີ່ປຸ່ນ ໄດ້ຮັບຮອງເອົາໃນວັນທີ 02 ສິງຫາ ຜ່ານມາ, ພາຍຫຼັງເປັນເວລາເກືອບ 1 ເດືອນທີ່ໂຕກຽວ ຈັດວາງຂໍ້ຈຳກັດໃນການສົ່ງອອກໄປຍັງສ.ເກົາຫຼີ ສຳລັບວັດຖຸເຕັກໂນໂລຊີສູງທີ່ຈຳເປັນ 3 ຢ່າງທີ່ບັນດາບໍລິສັດຜະລິດເຄື່ອງເອເລັກໂຕນິກເຄິ່ງຊັກນຳ ແລະ ໜ້າຈໍຂອງສ.ເກົາຫຼີ ນຳເຂົ້າຈາກຍີ່ປຸ່ນ.

        ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສ.ເກົາຫຼີ Yasumasa Nagamine ມາເພື່ອຄັດຄ້ານການກະທຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ