ສ.ເກົາຫຼີມີປະຕິກິລິຍາກ່ຽວກັບເລື່ອງນັກຂ່າວບໍ່ໄດ້ໄປສປປ.ເກົາຫຼີ

(VOVWORLD) -ວັນທີ 22 ພຶດສະພາ, ກະຊວງທ້ອນໂຮມປະເທດສ.ເກົາຫຼີ ໃຫ້ຮູ້ວ່າ, ເຊີອຸນ ສະແດງຄວາມເສຍດາຍຍ້ອນບັນດານັກຂ່າວຂອງສ.ເກົາຫຼີ ບໍ່ສາມາດໄປເຖິງສປປ.ເກົາຫຼີ ເພື່ອເອົາຂ່າວກ່ຽວກັບເຫດການປິດປະຕູສະຖານທີ່ທົດລອງນິວເຄຼຍ Punggye ri ທີ່ຈະມາເຖິງ.

ສ.ເກົາຫຼີມີປະຕິກິລິຍາກ່ຽວກັບເລື່ອງນັກຂ່າວບໍ່ໄດ້ໄປສປປ.ເກົາຫຼີ - ảnh 1 ນັກຂ່າວຕ່າງປະເທດຢູ່ສະໜາມບິນປັກກິງ

(ພາບ: anninhthudo.vn)

ກ່ອນໜ້ານັ້ນໃນວັນດຽວກັນ, ສປປ.ເກົາຫຼີ ໄດ້ປະຕິເສດການຮັບບັນຊີລາຍຊື່ບັນດານັກຂ່າວສ.ເກົາຫຼີ ທີ່ໄດ້ຄັດເລືອກໄປເອົາຂ່າວກ່ຽວກັບເຫດການປິດປະຕູສະຖານທີ່ທົດລອງນິວເຄຼຍ Punggye ri. ກ່ຽວກັບເຫດການດັ່ງກ່າວ, ກະຊວງທ້ອນໂຮມປະເທດສ.ເກົາຫຼີ ຖະແຫຼງວ່າ “ພວກຂ້າພະເຈົ້າຂໍສະແດງຄວາມເສຍດາຍຕໍ່ເລື່ອງບັນດານັກຂ່າວສ.ເກົາຫຼີ ບໍ່ໄດ້ເດີນທາງ ຍ້ອນຂາດການກະທຳຈາກຝ່າຍສປປ.ເກົາຫຼີ, ເຖິງວ່າໄດ້ເຊີນບັນດານັກຂ່າວສ.ເກົາຫຼີ ໄປເອົາຂ່າວກ່ຽວກັບການປິດປະຕູສະຖານທີ່ທົດລອງນິວເຄຼຍ Punggye ri ໃນລະຫວ່າງວັນທີ 23 – 25 ພຶດສະພາ”.

      ບັນດານັກຂ່າວມາຈາກຈີນ, ລັດເຊຍ, ສ.ເກົາຫຼີ, ອັງກິດ ແລະ ອາເມລິກາ ໄດ້ເດີນທາງໄປສປປ.ເກົາຫຼີ ເພື່ອເອົາຂ່າວກ່ຽວກັບເຫດການປິດປະຕູສະຖານທີ່ທົດລອງນິວເຄຼຍ Punggye ri. ເຖິງຢ່າງໃດກໍ່ຕາມ, ຕອນເຊົ້າວັນທີ 22 ພຶດສະພາ, ພຽງຢາງ ໄດ້ປະຕິເສດຮັບບັນຊີລາຍຊື່ບັນດານັກຂ່າວຂອງສ.ເກົາຫຼີ ທີ່ໄດ້ອະນຸຍາດໃຫ້ໄປເອົາຂ່າວກ່ຽວກັບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ