ສ.ເກົາຫຼີ-ອາເມລິກາຊຸກຍູ້ສປປ.ເກົາຫຼີຢຸດຕິບັນດາການກະທຳນາບຂູ່

ສ.ເກົາຫຼີ-ອາເມລິກາຊຸກຍູ້ສປປ.ເກົາຫຼີຢຸດຕິບັນດາການກະທຳນາບຂູ່ - ảnh 1
ການນຳ 2 ປະເທດໃນການປະຊຸມຂ່າວຮ່ວມໃນວັນທີ 25/4
(ພາບ: Reuters)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ. ​ເກົາຫຼີ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Brack Obama ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ສ. ​ເກົາຫຼີ Park Geun – hye ​ໃນ​ວັນ​ທີ 25/4.

        ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍຫຼັງ​ການ​ພົບ​ປະ, ທ່ານ​ນາງປະທານາທິບໍດີ Park Geun – hye ​ ​ແລະ ທ່ານ​ປະທານາທິບໍດີ Brack Obama ​ເຫັນ​ດີ​ເປັນ​ເອກະສັນສືບ​ຕໍ່​ຮ່ວມ​ມື​ຢ່າງແໜ້ນ​ແຟ້ນ​ໃນ​ທຸກໆ​ບັນຫາ​ກ່ຽວຂ້ອງ​ເຖິງ ສປປ ​ເກົາຫຼີ. ການ​ນຳ 2 ທ່ານ​ກໍ່​ໄດ້​ເຕື້ອງ​ເຖິງ​ເລື່ອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ຕຳ​ນິຕິ​ຕຽນ ສປປ ​ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ, ຮຽກຮ້ອງ​ໃຫ້ ພຽງ​ຢາງ ຢຸດຕິ​ການ​ກະທຳ​ເກາະ​ຜິດ​ລະ​ເມີດ​ຫຼັກການ ​ແລະ ຄຳ​ໝັ້ນ​ສັນຍາ​ສາກົນ. ທ່ານ​ປະທານາທິບໍດີ Obama ​ແລະ ຄູ່​ຕຳ​ແໜ່​ງ Park Geun – hye ​ເນັ້ນ​ໜັກ​ວ່າ: ວໍ​ຊິງ​ຕັນ ​ແລະ ​ເຊີ​ອູ​ນ ຈະ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ ​ເພື່ອ​​ແນ​ໃສ່​ຮັບປະກັນການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ກະຈ່າງ​ແຈ້ງສຳລັບທຸກໆ​ມະຕິ​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ທີ່​ກ່ຽວຂ້ອງ​ເຖິງ ສປປ ​ເກົາຫຼີ.


ຂ່າວ/ບົດ​ອື່ນ