ສ.ເກົາຫຼີຮຽກຮ້ອງ ສ.ປ.ປ.ເກົາຫຼີຢຸດຕິການພັດທະນາລູກສອນໄຟນຳວິຖີ


   ສ.ເກົາຫຼີຮຽກຮ້ອງ ສ.ປ.ປ.ເກົາຫຼີຢຸດຕິການພັດທະນາລູກສອນໄຟນຳວິຖີ - ảnh 1
ຜູ້ນຳ ສ.ປ.ປ.ເກົາຫຼີ ສັງ​ເກດ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ກຳ​ປັ່ນ​ດຳ​ນ້ຳ

(vovworld)- ສ.ເກົາຫຼີ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ພາຍຫຼັງ​ທີ່ ສ.ປ.ປ.ເກົາຫຼີ ປະ​ກາດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ກຳ​ປັ່ນ​ດຳ​ນ້ຳ SLBM ຢ່າງ​ສຳ​ເລັດຜົນ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ພຽງ​ຢາງ​ຈົ່ງ​ຢຸດ​ຕິ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີນີ້. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ເມື່ອ​ວັນ​ທີ 11/5, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ຊາດ ສ.ເກົາຫຼີ Kim Min Seok ຮຽກ​ຮ້ອງ ສ.ປ.ປ.ເກົາຫຼີ ຢຸດ​ຕິ​ການ​ພັດ​ທະ​ນາ SLBM ເພາະ​ການ​ກະ​ທຳ​ນີ້ ກໍ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ແຫຼມ​ເກົາຫຼີ ແລະ ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ກ່ອນ​ໜ້ານັ້ນ, ສຳ​ນັກ​ຂ່າວ​ສານ KCNA ໄດ້​ໃຫ້​ຂ່າວ​ເມື່ອ​ວັນ​ທີ 9/5 ວ່າ ປະ​ເທດນີ້​ໄດ້ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ກຳ​ປັ່ນ​ດຳ​ນ້ຳ ຢ່າງ​ສຳ​ເລັດຜົນ ແລະ ພັນ​ລະ​ນາ​ວ່າ ນີ້​ແມ່ນ​ອາ​ວຸດ​ຍຸດ​ທະ​ສາດ​ລະ​ດັບ​ໂລກ.
ຂ່າວ/ບົດ​ອື່ນ