ແຂວງຊອກຈັງເຂົ້າຮ່ວມກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ເພື່ອຜັນຂະຫຍາຍວຽງການຍຸດຕິທຳປີ 2016 ແລະ ກຳນົດທິດທາງອາຍຸການ 2016-2020 |
(vovworld)- ຕອນເຊົ້າວັນທີ 8/1, ຢູ່ຮ່າໂນ້ຍ, ກະຊວງຍຸດຕິທຳຫວຽດນາມໄດ້ຈັດກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ເພື່ອຜັນຂະຫຍາຍວຽງການຍຸດຕິທຳປີ 2016 ແລະ ກຳນົດທິດທາງອາຍຸການ 2016-2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ສະເໜີວ່າ :
“ກະຊວງຍຸດຕິທຳຫວຽດນາມຄວນສົມທົບກັບບັນດາກະຊວງ, ຂະແໜງການ, ບັນດາອົງການຂອງສະພາແຫ່ງຊາດ ສ້າງ ແລະ ຈັດຕັ້ງປະຕິບັດໂຄງການສ້າງກົດໝາຍຂອງສະພາແຫ່ງຊາດ, ປັບປຸງ ແລະ ສ້າງບັນດາຮ່າງກົດໝາຍໃຫ້ສົມບູນແບບ. ກະຊວງຍຸດຕິທຳຫວຽດນາມຍົກສູງຄຸນນະພາບວຽກງານກວດກາ, ແກ້ໄຂບັນຫາເອກະສານນິຕິກຳ, ຕິດພັນກັບວຽກງານກວດກາລະບຽບການບໍລິຫານ, ປະກອບສ່ວນຮັບປະກັນລັກສະນະເປັນໄປ, ເໝາະສົມ, ແກ້ໄຂສະພາບນະໂຍບາຍ, ກົດໝາຍໄດ້ຮັບການປະກາດໃຊ້ ແຕ່ຍາກທີ່ຈະເຂົ້າສູ່ຊີວິດຕົວຈິງ, ຕ້ອງໂຈະການນຳໃຊ້ຫຼືປັບປຸງໃໝ່ພາຍຫຼັງທີ່ມີຜົນສັກສິດເປັນໄລຍະໜຶ່ງ ”