ຫນູນຊ່ວຍວິສາຫະກິດຢ່າງສູງສຸດໃນຂົງເຂດມາດຕະຖານແລະຊັບສິນທາງປັນຍາ

ຫນູນຊ່ວຍວິສາຫະກິດຢ່າງສູງສຸດໃນຂົງເຂດມາດຕະຖານແລະຊັບສິນທາງປັນຍາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວູ​ດືກ​ດາມ​ກ່າວ​ຄຳ​ເຫັນ​ທີ່​ກາ​ນ​ເຮັດ​ວຽກ
ພາບ:TTXVN

(vovworld)-​​ ​ວັນ​ທີ 21/9 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ໄປ​ກວດ​ກາ​ສະ​ພາບ​ການ​ປະ​ຕິ​ບັດ​ມະ​ຕິ​ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ມາດ​ຕະ​ຖານ ແລະ ຊັບ​ສິນ​ທາງ​ປັນ​ຍາ ແລະ ​ຢູ່​ກົມ​ຊັບ​ສິນ​ທາງ​ປັນ​ຍາ, ກົມ​ໃຫຍ່​ມາດ​ຕະ​ຖານ​ວັດ​ແທກ​ຄຸນ​ນະ​ພາບ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຖື​ວ່າ: ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ, ບາງ​ຫົວ​ຫນ່ວຍ​ມີ​ການ​ປັບ​ປຸງ​ຢ່າງ​ເຫັນ​ໄດ້​ຊັດ ແຕ່​ຄວນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຢ່າງ​ສູງ​ສຸດ​ໃນ​ກອບ​ກົດ​ໝາຍ​ຢ່າງ​ສະ​ດວກ​ສະ​ບາຍ ແຕ່​ຕ້ອງ​ມີ​ຄວາມ​ແຫນ້ນ​ແຟ້ນ. ພ້ອມ​ກັນ​ນັ້ນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຊີ້​ນຳ ຕ້ອງ​ແກ້​ໄຂ​ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ​ກ່ຽວ​ກັບ​ກົນ​ໄກ​ດ້ານ​ກົດ​ໝາຍ, ລະ​ບຽບ​ການ​ບໍ​ລິ​ຫານ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ເພືື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫລຸດ​ຜ່ອນ​ເວ​ລາ​ເຮັດ​ບັນ​ດາ​ລະ​ບຽບ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄຸນ​ນະ​ພາບ ແລະ ຊັບ​ສິ​ນ​ທາງ​ປັນ​ຍາ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ