ຫໍພິພິທະພັນປະຫວັດສາດແຫ່ງຊາດຢູ່ນະຄອນຫລວງ ຮ່າໂນ້ຍ
(ພາບ: ອິນເຕີແນັດ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19/8/1945 – 19/8/2015) ແລະ ວັນຊາດທີ 2/9 (2/9/1945 – 2/9/2015), ຕອນເຊົ້າວັນທີ 1/9, ຫໍພິພິທະພັນປະຫວັດສາດແຫ່ງຊາດຢູ່ນະຄອນຫລວງ ຮ່າໂນ້ຍ ໄຂງານວາງສະແດງ “ປະຫວັດສາດ - ວັດທະນາທຳ ຫວຽດນາມ”. ງານວາງສະແດງລວມມີເກືອບ 300 ຮູບພາບ, ເອກະສານ… ທີ່ແນະນຳໂດຍສັງໄລຍະທາງປະຫວັດສາດ, ວັດທະນະທຳຂອງຫວຽດນາມ. ງານວາງສະແດງ “ປະຫວັດສາດ - ວັດທະນະທຳ ຫວຽດນາມ” ໄດ້ຈັດຕັ້ງ ເພື່ອແນໃສ່ປະກອບສ່ວນ ສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ເຈດຈຳນົງເອກະລາດ, ປະຊາທິປະໄຕແຫ່ງຊາດ, ຜືນແຜນດິນອັນຄົບຖ້ວນ ແລະ ໂຄສະນາ ບັນດາວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ພົ້ນເດັ່ນຂອງບັນດາເຜົ່າ ຫວຽດນາມ.