ບຸນປີໃຫມ່ປຸກຕົ້ນໄມ້
ພາບປະກອບ:internet
|
(vovworld) - ວັນທີ 6/2, ທ້ອງຖິ່ນຕ່າງໆໃນທົ່ວປະເທດຫວຽດນາມ ໄດ້ຈັດຕັ້ງບຸນ“ປີໃຫມ່ປີມະເມຍ 2014 ປູກຕົ້ນໄມ້ຮູ້ບຸນຄຸນຂອງລຸງໂຮ່” ພ້ອມທັງຜັນຂະຫຍາຍແຜນການປູກປ່າປີ 2014.
ຢູ່ແຂວງ ບັກກ້ານ, ປີນີ້ ທົ່ວແຂວງ ປູກຕົ້ນໄມ້ໃນເນື້ອທີ່ກວ່າ 12.000 ເຮັກຕາ. ພາຍຫລັງພິທີປຸກລະດົມທີ່ຖືກຈັດຂຶ້ນໃນຕອນເຊົ້າວັນທີ 6/2, ຢູ່ບັນດາເມືອງ, ເທດສະບານ, ນະຄອນ ໃນແຂວງ ໄດ້ເລີ່ມຕົ້ນຂະບວນການປູກຕົ້ນໄມ້. ທ່ານນາງ ລາທິຮ່ວຽນ, ຮອງປະທານ ຄະນະກຳມະການປະຊາຊົນເມືອງ ແບກທົງ ແຂວງບັກກ້ານ ໃຫ້ຮູ້ວ່າ:
“ບັນດາຕາແສງໃນທົ່ວເມືອງ ໄດ້ຈັດຕັ້ງບຸນປີໃຫມ່ປູກຕົ້ນໄມ້ ຕິດພັນກັບແຜນການປູກປ່າ. ແຜນການປູກປ່າໃນປີ 2014 ນັ້ນແມ່ນ ໃນທົ່ວເມືອງຕ້ອງປູກຕົ້ນໄມ້ໃຫ້ໄດ້ 1.350 ເຮັກຕາ, ຍົກເນື້ອທີ່ປູກປ່າຂຶ້ນເຖິງ 71,5%.”
ໃນວັນດຽວກັນ ຢູ່ແຂວງ ຮ່າຢາງ, ທັງ 11 ເມືອງໃນແຂວງ ກໍດຳເນີນການປູກຕົ້ນໄມ້. ແຂວງ ຮ່າຢາງ ສູ້ຊົນຮອດປີ 2015 ຈະປູກປ່າໃຫ້ໄດ້ໃນເນື້ອທີ່110.000 ເຮັກຕາ, ຍົກເນື້ອທີ່ປຸກປ່າຂອງແຂວງຮ່າຢາງຂຶ້ນເຖິງ 60%. ໄລຍະຈັດຕັ້ງບຸນປີໃຫມ່ປູກຕົ້ນໄມ້ ແມ່ນເລີ່ມຕົ້ນແຕ່ວັນທີ 6/2 ຮອດວັນທີ 28/2/2014.