ຊາວຫນຸ່ມຫວຽດນາມບໍລິຈາກເລືອດດ້ວຍຄວາມສະໝັກໃຈ
ພາບ:internet
|
(vovworld) - ໂດຍຕອບສະຫນອງ“ວັນໂລກເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ” ຄືວັນທີ 14/6, ຫລາຍທ້ອງຖິ່ນໃນທົ່ວປະເທດໄດ້ປຸກລະດົມບັ້ນ“ຢາດເລືອດແດງ”ລະດູຮ້ອນປີ 2013. ວັນທີ 14/6, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ດົ່ງນາຍ ໄດ້ຈັດການສະຫລຸບວຽກງານຂົນຂວາຍບໍລິຈາກເລືອດມະນຸດສະມຳ ແລະ ເຊີດຊູບັນດາຜູ້ບໍລິຈາກເລືອດ ເລືອດດ້ວຍຄວາມສະໝັກໃຈປີ 2012. ມີ 114 ໝູ່ຄະນະ ແລະ 128 ສ່ວນບຸກຄົນໄດ້ຮັບໃບຍ້ອງຍໍຂອງສູນກາງສະພາກາແດງ, ຄະນະກຳມະການປະຊາຊົນແຂວງ ແລະ ຂອງສະພາກາແດງແຂວງ. ເນື່ອງໃນໂອກາດນີ້ ຫົວຫນ້າຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງໄດ້ປຸກລະດົມບັ້ນ“ຢາດເລືອດແດງ”ປີ 2013, ຮຽກຮ້ອງທຸກຂັ້ນ, ຂະແຫນງການຕັ້ງຫນ້າຕອບສະຫນອງບັ້ນດັ່ງກ່າວ.
ແລະກໍ່ໃນຕອນເຊົ້າວັນດຽວກັນ ແຂວງລ່າວກາຍກໍໄດ້ຈັດຕັ້ງພິທີລຸກລະດົມບັ້ນ“ຢາດເລືອດແດງ” ລະດູຮ້ອນປີ 2013 ແລະ ເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ . ບັ້ນດັ່ງກ່າວຈະແກ່ຍາວຮອດວັນທີ 2/9/2013.