ຫລາຍທ້ອງຖິ່ນຢູ່ຫວຽດນາມຕອບສະຫນອງວັນສິ່ງແວດລ້ອມໂລກ

ຫລາຍທ້ອງຖິ່ນຢູ່ຫວຽດນາມຕອບສະຫນອງວັນສິ່ງແວດລ້ອມໂລກ - ảnh 1
ຊາວ​ຫນຸ່ມ​ແຂວງ​ບີງ​ທ້ວນ​​ເຮັດອະ​ນາ​ໄມ​ສິ່ງ​ແວ​ດ​ລ້ອມ
ພາບ:nhandan.com.vn

(vovworld)- ໂດຍ​ຕອບ​ສະ​ຫນອງ “ວັນ​ສິ່ງ​ແວດ​ລ້ອມ​ໂລກ” 5/6, ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ. ຕອນ​ເຊົ້າ​ທີ 5/6 ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ຫນອງວັນ​ສິ່ງ​ແວດ​ລ້ອມ​ໂລກ​ປີ 2016. ຕອນ​ເຊົ້າ​ວັນ​ດຽວ​ກັນ, ມີ​ຊາວ​ຫນຸ່ມ​ເກືອບ 1000 ຄົນ ຢູ່​ແຂວງ ເລ​ີມ​ດົງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປຸກ​ຕົ້ນ​ແປກ​ໃຫມ່ ຢູ່ ນະ​ຄອນ ດາ​ລາດ. ສ່ວນ​ຢູ່​ແຂວງ​ນີງ​ທ້ວນ ກໍ​ໄດ້​ຈັດ​ງານ​ຊຸມ​ນຸມ ແລະ ເຮັດ​ອະ​ນ​າ​ໄມ​ສິ່ງ​ແວດ​ລ້ອມ​ຢູ່​ຫາດ​ຊາຍ​ທະ​ເລ. ນະ​ຄອນ​ໂຮ່​ຈິ​ມີນ ກໍ​ໄດ້​ຈັດ​ງານ​ຊຸມ​ນຸມ ແລະ ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຕອບ​ສະ​ຫນອງວັນ​ສິ່ງ​ແວດ​ລ້ອມ​ໂລກ 2016. ການ​ເຄື່ອນ​ໄຫວ​ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ນະ​ຄອນ​ເກືອບ 1000 ຄົນ​ເຂົ້າ​ຮ່ວມ. ມີ​ນັກ​ຮຽນ​ກວ່າ 300 ຄົນ​ຢູ່ ນະ​ຄອນ ພ້ອມ​ກັນ​ແຕ້ມ​ຮູບ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເດີນ​ຂະ​ບ​ວ​ນ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ເພື່ອນ ຫງວຽນ​ທິ​ບິກ​ຖາວ ຢູ່ ເມືອງ 3 ນະ​ຄອນ ໂຮ່​ຈິ​ມິນ ແບ່ງ​ປັນ​ວ່າ:     “ພວກ​ນ້ອງ​ໄດ້​ເຂົ້າ​ຮ່ວມ​ການ​ປຸກ​ລະ​ດົມ​ຢູ່ ໂຮງ​ຮຽນ, ຫລັງ​ຈາກນັ້ນ ໄປ​ຂົນ​ຂວາຍ​ປະ​ຊາ​ຊົນ​ຢູ່​ຕາ​ແສງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ນ້ອງ​ປາດ​ຖ​ະ​ຫນາ​ວ່າ ທຸກ​ຄົນ​ຕ້ອງ​ຍົກ​ສູງ​ສະ​ຕິ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ